ພິທີມອບ-ຮັບປື້ມ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ມອບປື້ມໃຫ້ຫໍສະໝຸດກອງທັບ
ພິທີມອບ-ຮັບປື້ມ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ມອບປື້ມໃຫ້ຫໍສະໝຸດກອງທັບ
ໃນເວລາ 10:00 ນາທີ ຂອງວັນທີ 28 ພະຈິກ 2025 ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ມອບປື້ມໃຫ້ຫໍສະໝຸດກອງກອງທັບ ຈໍານວນ 90 ຫົວ. ກ່າວມອບໂດຍ ສະຫາຍ ພັທ ມະນີຈັນ ອານຸວົງ ຫົວໜ້າພະແນກຫໍສະໝຸດ ຕ່າງໜ້າໃຫ້ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ກ່າວຮັບໂດຍ ສະຫາຍ ພັທ ນ. ຄູນທອງ ທໍາມະວົງ ອໍານວຍການຫໍສະໝຸດກອງທັບ ທ່ານໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ທີ່ໄດ້ນໍາເອົາປື້ມທີ່ມີຄຸນຄ່າ ແລະ ມີຄວາມໝາຍສໍາຄັນຢ່າງເລິກເຊິ່ງມາມອບໃຫ້ແກ່ຫໍສະໝຸດກອງທັບ ໃນຄັ້ງນີ້ເພື່ອເປັນການປະກອບສ່ວນເຂົ້າໃນການສົ່ງເສີ່ມການອ່ານ ການຄົ້ນຄວ້າຮໍ່າຮຽນ ແລະ ຊູກຍູ້ສົ່ງເສີ່ມວຽກງານຫໍສະໝຸດໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ເພື່ອເຮັດໃຫ້ພະນັກງານ-ນັກຮົບໄດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານທີ່ຫຼາກຫຼາຍ.
ພິທີມອບ-ຮັບປື້ມໄດ້ສິ້ນສຸດລົງໃນເວລາ 10:30 ຂອງວັນດຽວກັນນີ້ ດ້ວຍບັນຍາກາດແຫ່ງຄວາມສາມັກຄີຮັກແພງລະຫວ່າງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະ ຫໍສະໝຸດກອງທັບ.