ພິທີມອບ-ຮັບປຶ້ມ ລະຫວ່າງຮ້ານຈຳໜ່າຍປຶ້ມ D-Book ແລະ ຫໍສະໝຸດທົ່ວປະເທດ.
ພິທີມອບ-ຮັບປຶ້ມ ລະຫວ່າງຮ້ານຈຳໜ່າຍປຶ້ມ D-Book ແລະ ຫໍສະໝຸດທົ່ວປະເທດ.
ໃນເວລາ 13:30’ ຂອງວັນທີ່ 24 ຕຸລາ 2024 ທີ່ຫ້ອງການຂອງຮ້ານຈຳໜ່າຍປຶ້ມ D-Book ຕັ້ງຢູ່ບ້ານພະຂາວ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໄດ້ມີພິທີ ມອບ-ຮັບປຶ້ມ ຂຶ້ນຢ່າງເປັນທາງການ.
ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສະໄໝ ພົມມະຈັນ ເຈົ້າຂອງຮ້ານຈຳໜ່າຍປຶ້ມ D-Book ທັງເປັນນັກຂຽນປຶ້ມ “ຈົນກວ່າຟ້າຈະສົດໃສ” ມີບັນດາອາຈານທີ່ເປັນບັນນາທິການ ແລະ ຜູ້ກວດແກ້ປຶ້ມດັ່ງກ່າວ ພ້ອມດ້ວຍພະນັກງານຫໍສະໝຸດຕ່າງໆ ໃນຂອບເຂດນະຄອນຫຼວງ ແລະ ນັກຂ່າວຈາກພາກສ່ວນຕ່າງໆເຂົ້າຮ່ວມ. ໃນພິທີ ທ່ານ ສົມສະໄໝ ພົມມະຈັນ ໄດ້ມີຄຳເຫັນກ່ຽວກັບປຶ້ມເຫຼັ້ມນີ້. ຈາກນັ້ນ ພວກເຮົາກໍ່ໄດ້ຟັງຄຳເຫັນຈາກອາຈານທີ່ເປັນບັນນາທິການໃຫ້ ແລະ ອາຈານຜູ້ກວດແກ້.
ຕໍ່ມາກໍ່ມີພິທີມອບ-ຮັບປຶ້ມໂດຍທ່ານໄດ້ມອບໃຫ້ແກ່ຜູ້ຊົງຄຸນບຸດທິກ່ອນ, ຫຼັງຈາກນັ້ນຈຶ່ງມອບໃຫ້ ຫໍສະໝຸດແຫ່ງຊາດ, ຕາງໜ້າຂຶ້ນຮັບໂດຍ ອາຈານ ນ. ບົວພັນ ຮອງອຳນວຍການຫໍສະໝຸດແຫ່ງຊາດ, ເຊິ່ງມີປຶ້ມ 150 ຫົວ ມູນຄ່າ 11.250.000 ກີບ. ເພື່ອນຳໄປແຈກຢາຍໃຫ້ຫໍສະໝຸດຕ່າງໆ ໃນທົ່ວປະເທດ. ຕໍ່ມາທ່ານ ນ. ບົວພັນ ກໍ່ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຜົນສຳເລັດໃນການຂຽນປຶ້ມເຫຼັ້ມນີ້ຂອງ ທ່ານ ສົມສະໄໝ ພົມມະຈັນ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສົມສະໄໝ ພົມມະຈັນ ພ້ອມດ້ວຍຄອບຄົວ.
ຕອນທ້າຍໄດ້ມີການຖ່າຍຮູບເປັນທີ່ລະນຶກຮ່ວມກັນ ພິທີໄດ້ອັດລົງດ້ວຍຜົນສຳເລັດອັນງົດງາມໃນເວລາ 14:30’ ຂອງວັນດຽວກັນນີ້.