ພິທີປິດຊຸດຝຶກອົບຮົມວຽກງານວິຊາສະເພາະ ຈາກຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມໃຫ້ແກ່ພະນັກງານຫໍສະໝຸດກອງທັບປະຊາຊົນລາວ
ພິທີປິດຊຸດຝຶກອົບຮົມວຽກງານວິຊາສະເພາະ ຈາກຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມໃຫ້ແກ່ພະນັກງານຫໍສະໝຸດກອງທັບປະຊາຊົນລາວ
ໃນຕອນເຊົ້າຂອງວັນທີ່ 30 ກໍລະກົດ 2024 ທີ່ຫ້ອງປະຊຸມຊັ້ນII ຫໍສະໝຸດກອງທັບໄດ້ມີພິທີປິດຊຸດຝຶກອົບຮົມວຽກງານວິຊາສະເພາະ ຈາກຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມ ໃຫ້ແກ່ພະນັກງານຫໍສະໝຸດກອງທັບປະຊາຊົນລາວ. ໂດຍໃຫ້ກຽດເຂົ້າຮວ່ມເປັນປະທານຂອງທ່ານ ພັນເອກ ທີມສາວ ດວງຈຳປາ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫ່ຍການເມືອງກອງທັບ, ມີທ່ານ ພັນເອກ ວຽງທອງ ວີດພາວົງ ອຳນວຍການຫໍສະໝຸດກອງທັບ ແລະ ທ່ານ ພັນເອກ ນາງ ເຈີນອຸດແຄ່ງລີ ພະນັກງານພະແນກເຕັກນິກ ຫົວໜ້າຄະນະຊ່ຽວຊານ ຫໍສະໝຸດກອງທັບປະຊາຊົນຫວຽດນາມ, ມີບັນດານັກສຳມະນາກອນຈາກກອງທັບ, ຫໍສະໝຸດກອງທັບ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ວິທະຍາຄານນາຍທະຫານບົກ ກົມມະດຳ, ວິທະຍາຄານພະລາທິການກອງທັບ, ວິທະຍາຄານການແພດກອງທັບ, ກົມຄົ້ນຄ້ວາວິທະຍາສາດ-ປະຫວັດສາດການທະຫານ, ກົມຄົ້ນຄ້ວາວິທະຍາສາດ-ປະຫວັດສາດກະຊວງປ້ອງກັນຄວາມສະຫງົບ ເຂົ້າຮວ່ມ.
ສະຫາຍ ພັນໂທ ສະຫວຽງ ຈັນທະວົງ ຫົວໜ້າພະແນກສື່ສານບັນນານຸກົມ ຫໍສະໝຸດກອງທັບ ໄດ້ຂື້ນຜ່ານບົດສະຫຼຸບບັ້ນຝຶກອົບຮົມວຽກງານວິຊາສະເພາະຫໍສະໝຸດກອງທັບໃຫ້ດີຂື້ນ, ການເຄື່ອນໄຫວວຽກງານຫ້ອງສະໝຸດຢູ່ບັນດາກົມກອງໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງໄປຄຽງຄູ່ກັບບັນດາວຽກງານຂະບວນການຕ່າງໆ ສັງເກດເຫັນໄດ້ວ່າບັນດານັກສຳມະນາກອນທຸກສະຫາຍໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນພ້ອມປະຕິບັດລະບຽບວິໄນໄດ້ດີ ການຝຶກອົບຮົມວຽກງານດັ່ງກ່າວ ເປັນເວລາ 30 ວັນ, ເລີ່ມ 1 – 30 ກໍລະກົດ 2024, ເນື້ອໃນຝຶກອົບຮົມປະກອບມີ ແນະນຳການນຳໃຊ້ຊອບແວຫໍສະໝຸດ, ແນະນຳການຕິດຕັ້ງເວບໄຊຫໍສະໝຸດ ແລະ ການຕິດຕັ້ງຊອບແວຫໍສະໝຸດ, ການຈັດລະບົບສາງ, ໂຄສະນາແນະນຳປື້ມ, ຮູບແບບການຈັດວາງສະແດງປື້ມ.
ທັ້ງນີ້ກໍ່ເພື່ອເປັນການປັບປຸງວຽກງານຫໍສະໝຸດ ໃຫ້ເປັນຫໍສະໝຸດທີ່ມີມາດຖານຕາມລະບົບວິຊາການ ແລະ ທັນສະໄໝສາມາດຕອບສະໜອງບໍລິການຮັບໃຊ້ຜູ້ທີ່ເຂົ້າມາອ່ານ, ເຮັດໃຫ້ພະນັກງານ ນັກສຶກສາ ປັນຍາຊົນທຸກຊັ້ນຄົນໃນສັງຄົມໄດ້ເຂົ້າເຖີງແຫຼ່ງຂໍ້ມູນຂ່າວສານທີ່ທັນສະໄໝ. ນຳເອົາຄວາມຮູ້ທາງດານທິດສະດີຫຼັກການ ແລະ ພາກປະຕິບັດຕົວຈີງຈາກຄະນະຊ່ຽວຊານ ທີ່ໄດ້ຖ່າຍທອດໃຫ້ໄປເປັນບອ່ນອີງພື້ນຖານໃນການຈັດຕັ້ງປະຕິບັດໜ້າທີ່ິຊາສະເພາະວຽກງານຫໍສະໝຸດຢູ່ໃນກອງທັບ ເຮັດໃຫ້ພະນັກງານວິຊາສະເພາະ ວິຊາການຢູ່ຫໍສະໝຸດມີຄວາມຮູ້ ຄວາມສາມາດ ແລະ ບົດຮຽນຕົວຈີງ ໃນການເຄື່ອນໄຫວເຮັດດວຽກງານວິຊາສະເພາະໃຫ້ດີຂື້ນກອ່ນເກົ່າ. ໃນຕອນທ້າຍຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ແລະ ປະດັບຫຼຽນກາມິດຕະພາບໃຫ້ຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມ.