ພິທີຖາມ-ຕອບຄວາມຮູ້ຮອບຕົວ ຄັ້ງທີ I ຂອງຫໍສະໝຸດກອງທັບ.
ພິທີຖາມ-ຕອບຄວາມຮູ້ຮອບຕົວ ຄັ້ງທີ I ຂອງຫໍສະໝຸດກອງທັບ.
ໃນເວລາ 08:30 ຂອງວັນທີ 06 ພະຈິກ 2024 ຢູ່ທີ່ ຫ້ອງປະຊຸມຊັ້ນ II ຂອງຫໍສະໝຸດກອງທັບ ໄດ້ຈັດພິທີແຂ່ງຂັນຖາມ-ຕອບ ຄວາມຮູ້ຮອບຕົວຄັ້ງທີ I ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນໂທ ນ. ຄູນທອງ ທຳມະວົງ ຮອງອຳນວຍການຫໍສະໝຸດກອງທັບ, ມີນັກຕອບ 13 ສະຫາຍ ແລະ ພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ພາຍຫຼັງພິທີໄດ້ກ້າວເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍແລ້ວ ສະຫາຍ ຮ້ອຍເອກ ນ. ພົນເມກ ດາລາວົງ ເລຂາໜ່ວຍຊາວໜຸ່ມຫໍສະໝຸດກອງທັບ, ກໍ່ໄດ້ຂື້ນຜ່ານແຜນການຈັດຕັ້ງກິດຈະກຳ ຖາມ-ຕອບ ຄວາມຮູ້ຮອບຕົວ. ຈາກນັ້ນ ສະຫາຍ ພັນຕີ ນ. ແກ່ນສີ ຄຳພາວົງ ຫົວໜ້າໜ່ວຍແມ່ຍິງຫໍສະໝຸດກອງທັບ ກໍ່ໄດ້ຂຶ້ນກ່າວໄຂພິທີຢ່າງເປັນທາງການ, ຕໍ່ມາກໍ່ໄດ້ດຳເນີນລາຍການ ຖາມ-ຕອບຢ່າງມີບັນຍາກາດເບີກບານມ່ວນຊື່ນຈາກພິທີກອນ ຮ້ອຍໂທ ໝອນແກ້ວ ເພັດອຸດອນ.
ຜົນການແຂ່ງຂັນຖາມ-ຕອບ ປະເພດ I ໄດ້ແກ່ ຮ້ອຍໂທ ນ. ລີນ ພອນມະຫາໄຊ, ປະເພດທີ II ໄດ້ແກ່ ຮ້ອຍເອກ ນ. ບົວລອນ ພິມມະສອນ ແລະ ປະເພດທີ III ໄດ້ແກ່ ຮ້ອຍໂທ ນ. ສົມປະດິດ ໜໍ່ແກ້ວ.
ຈາກນັ້ນ ທ່ານ ພັນໂທ ນ. ຄູນທອງ ທຳມະວົງ, ກໍ່ໄດ້ໃຫ້ກຽດຂຶ້ນໂອ້ລົມ. ໃນການໂອ້ລົມຂອງທ່ານໄດ້ກ່າວເຖິງຈຸດປະສົງການຈັດກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວຂຶ້ນໃນຄັ້ງນີ້ແມ່ນເພື່ອເປັນການທົດສອບຄວາມຮູ້ຄວາມສາມາດຂອງພະນັກງານ-ນັກຮົບພວກເຮົາເພື່ອເປັນການສົ່ງເສີມກິດຈະກຳຮັກ-ມັກຮັກໃນການອ່ານ ແລະ ເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບ. ຈາກນັ້ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດກິດຈະກຳຖາມ-ຕອບໃນຄັ້ງນີ້.
ຕອນທ້າຍທ່ານກໍ່ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບພວກເຮົາສືບຕໍ່ຄົ້ນຄ້ວາຊອກຮູ້ຮໍ່າຮຽນໃຫ້ຫຼາຍຕື່ມເພື່ອເຂົ້າຮ່ວມໃນການຖາມ-ຕອບຄັ້ງຕໍ່ໄປໃຫ້ດີກ່ອນເກົ່າ. ຈາກນັ້ນ ສະຫາຍ ພັນຕີ ນ. ແກ່ນສີ ຄຳພາວົງ ຫົວໜ້າໜ່ວຍແມ່ຍິງຫໍສະໝຸດກອງທັບກໍ່ໄດ້ຂຶ້ນກ່າວປິດພິທີຢ່າງເປັນທາງການ. ພິທີໄດ້ອັດລົງໃນເວລາ 11:30ວັນດຽວກັນນີ້ ດ້ວຍຜົນສຳເລັດອັນສະຫງ່າງາມ.