ບັນດາພະແນກການຕ່າງໆຂອງຫໍສະໝຸດກອງທັບ ໄດ້ຈັດຕັ້ງສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025.
ບັນດາພະແນກການຕ່າງໆຂອງຫໍສະໝຸດກອງທັບ ໄດ້ຈັດຕັ້ງສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025.
ໃນເວລາ 8:30 ຂອງວັນທີ່ 7-8 ມັງກອນ 2025, ທີ່ຫໍສະໝຸດກອງທັບ ໄດ້ຈັດຕັ້ງສະຫຼຸບການ ເຄື່ອນໄຫວວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ2025, ໂດຍໃຫ້ກຽດເປັນປະທານຂອງທ່ານ ພັອ ວຽງທອງ ວີດພາວົງ ອຳນວຍການຫໍສະໝຸດກອງທັບ ແລະ ທ່ານ ພັທ ດຸມເພັດສະຫຼຽນຄຳ ຮອງອຳນວຍການຫໍສະໝຸດກອງທັບ ມີຫົວໜ້າພະແນກ ຮອງພະແນກ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮວ່ມຢ່າງພ້ອມພຽງ.
ເບື້ອງຕົ້ນຫົວໜ້າພະແນກແຕ່ລະພະແນກ ໄດ້ຂື້ນຜ່ານສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ເພື່ອປະຕິບັດຕາມແຜນການດັ່ງກ່າວໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ແລະ ເພື່ອເປັນການທົບທວນຜົນງານ ດ້ານດີ, ປັບປຸງດ້ານຄົງຄ້າງພ້ອມທັ້ງສືບຕໍ່ນຳພາພະແນກ ເຮັດສຳເລັດວຽກງານດ້ານຕ່າງໆຢ່າງຈົບງາມ. ຈາກນັ້ນພະນັກງານຈຳນວນໜື່ງກໍ່ໄດ້ປະກອບຄຳເຫັນຕໍ່ບົດສະຫຼຸບ ແລະ ແຜນການກົງໄປກົງມາ.
ຈາກນັ້ນ ປະທານມີຄໍາເຫັນຍ້ອງຍໍຊົມເຊີຍ ຜົນງານທີ່ພະແນກຍາດມາໄດ້ໃນແຕ່ລະໄລຍະ ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານນັກ-ຮົບ ແຕ່ລະພະແນກ ແຕ່ລະສະຫາຍເອົາໃຈໃສ່ອີງເອົາວຽກງານວິຊາສະເພາະຂອງຕົນເອງເປັນຫຼັກ. ຕຳນິຕິຊົມເຊີ່ງກັນ ແລະ ກັນດ້ວຍຄວາມຮັກແພງ ໃຫ້ເປັນຂະບວນການຟົດຟື້ນແຂງແຮງ, ພ້ອມກັນນັ້ນກໍ່ຍັງໄດ້ເນັ້ນໃຫ້ພະນັກງານ-ນັກຮົບທຸກສະຫາຍເອົາໃຈໃສ່ ຄົ້ນຄ້ວາເຊື່ອມຊືມບັນດາແນວທາງນະໂຍບາຍຂອງພັກ-ລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ໃຫ້ມີຄວາມກ້າວໜ້າຂະຫຍາຍຕົວຂື້ນເລື່ອຍໆ. ພິທີໄດ້ປິດລົງໃນເວລາ 11:00 ຂອງວັນດຽວກັນດ້ວຍຜົນສຳເລັດອັນຈົບງາມ.