ທ່ານ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ມາມອບປຶ້ມໃຫ້ຫໍສະໝຸດກອງທັບ.
ທ່ານ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ມາມອບປຶ້ມໃຫ້ຫໍສະໝຸດກອງທັບ.
ໃນເວລາ 14:30’ ຂອງວັນທີ 10 ຕຸລາ 2023 ທີ່ີຫ້ອງປະຊຸມຊັ້ນ II ຫໍສະໝຸດກອງທັບ, ໄດ້ມີພິທີ ມອບ-ຮັບປຶ້ມ ລະຫວ່າງທ່ານ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບໃຫ້ແກ່ຫໍສະໝຸດກອງທັບ, ໂດຍມີບັນດາທ່ານຜູ້ຕາງໜ້າຈາກກົມໂຄສະນາອົບຮົມ, ຫ້ອງການກົມໃຫຍ່ການເມືອງກອງທັບ, ຫ້ອງການເມືອງ ແລະ ບັນດາກົມກອງສື່ມວນຊົນໃນກອງທັບເຂົ້າຮ່ວມເປັນສັກຂີພິຍານພ້ອມດ້ວຍພະນັກງານ-ນັກຮົບ ຫໍສະໝຸດກອງທັບກໍ່ມີໜ້າເຂົ້າຮ່ວມ.
ໃນພິທີເບື້ອງຕົ້ນທ່ານ ພັນເອກ ວຽງທອງ ວິດພາວົງ ອຳນວຍການຫໍສະໝຸດກອງທັບ ໄດ້ຂຶ້ນກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ລາຍງານສະພາບການເຄື່ອນໄຫວໂດຍຫຍໍ້.
ຈາກນັ້ນ ທ່ານ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ກໍ່ໄດ້ຮັບກຽດຂຶ້ນກ່າວມອບປຶ້ມ ແລະ ໂອ້ລົມພະນັກງານ-ນັກຮົບ ພວກເຮົາ, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ອ້າຍນ້ອງພວກເຮົາຍາດມາໄດ້ ແລະ ໄດ້ສະແດງຄວາມເປັນຫ່ວງໃຍໃຫ້ທິດຊີ້ນຳພວກເຮົາຢ່າງມີເນື້ອໃນ ແລະ ມີຄວາມໝາຍສຳຄັນຍິ່ງ.
ຈາກນັ້ນ ທ່ານ ພັນເອກ ວຽງທອງ ວິດພາວົງ ກໍ່ໄດ້ຂຶ້ນສະແດງຄວາມຂອບໃຈ ແລະ ກ່າວຮັບປຶ້ມຈາກທ່ານ ພົນຕີ ວໍລະສານ ວິລັດດາວົງ ດ້ວຍຄວາມພູມໃຈ, ກະຕັນຍູຮູ້ບຸນຄຸນຕໍ່ທ່ານ ພົນຕີ ວໍລະສານ ວິລັດດາວົງ ທີ່ໄດ້ນຳເອົາປຶ້ມສ່ວນຕົວຈຳນວນຫຼາຍຄິດເປັນມູນຄ່າກໍ່ຫຼາຍສິບລ້ານມາມອບໃຫ້ຫໍສະໝຸດກອງທັບ, ທ່ານຄືຕົວແບບຂອງການນຳທີ່ດີທີ່ມີຄວາມເອົາໃຈໃສ່ເປັນຫ່ວງໃຍໃຫ້ການອຸ້ມຊູຊ່ວຍເຫຼືອແກ່ຫໍສະໝຸດກອງທັບພວກເຮົາ, ພວກເຮົາກໍ່ຈະຂໍຈົດຈຳບຸນຄຸນຂອງທ່ານຕະຫຼອດໄປ ແລະ ຫວັງຢ່າງຍິ່ງວ່າ ໂອກາດໜ້າພວກເຮົາຈະໄດ້ຮັບການອຸ້ມຊູຊ່ວຍເຫຼືອຈາກພາກສ່ວນອື່ນໆອີກ. ປຶ້ມທີ່ໄດ້ມາພວກເຮົາຈຳນຳໃຊ້ໃຫ້ເກີດປະໂຫຍດ ໂດຍນຳເຂົ້າຫ້ອງສະໝຸດເພື່ອບໍລິການໃຫ້ແກ່ທ່ານຜູ້ອ່ານ ພ້ອມທັງແບ່ງປັນໃຫ້ຫໍສະໝຸດອ້ອມຂ້າງກະຊວງປ້ອງກັນປະເທດຕື່ມ. ຕອນທ້າຍ ທ່ານ ພັນເອກ ວຽງທອງ ວິດພາວົງ ຕາງໜ້າພະນັກງານ-ນັກຮົບ ຫໍສະໝຸດກອງທັບໄດ້ຂຶ້ນມອບໃບສົມມະນາບຸນຄຸນ ແລະ ກະຕ່າຂອງຂັວນເພື່ອເປັນການສະແດງຄວາມຂອບໃຈນຳທ່ານ.
ພິທີໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນເວລາ 16:00’ ຂອງວັນດຽວກັນດ້ວຍບັນຍາກາດແຫ່ງຄວາມສາມັກຄີຮັກແພງທີ່ດູດດື່ມ.