ທ່ານ ພົນຈັດຕະວາ ຮອງສາດດາຈານ ປະລີນຍາເອກ ສົມພອນ ສີສຸວັນ ຮອງອຳນວຍການ ຫົວໜ້າກົມການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ມອບປື້້ມໃຫ້ຫໍສະໝຸດກອງທັບ.
ທ່ານ ພົນຈັດຕະວາ ຮອງສາດດາຈານ ປະລີນຍາເອກ ສົມພອນ ສີສຸວັນ ຮອງອຳນວຍການ ຫົວໜ້າກົມການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ມອບປື້້ມໃຫ້ຫໍສະໝຸດກອງທັບ.
ໃນຕອນເຊົ້າຂອງວັນທີ່ 18 ທັນວາ 2024 ທີ່ຫໍສະໝຸດກອງທັບ, ທ່ານ ພົວ ຮສ ປອ ສົມພອນ ສີສຸວັນ ຮອງອຳນວຍການ ຫົວໜ້າກົມການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ມາມອບປື້ມຈຳນວນ 22 ຫົວໃຫ້ແກ່ ຫໍສະໝຸດກອງທັບ, ກ່າວຮັບໂດຍ ທ່ານ ພັທ ນາງ ຄູນທອງ ທຳມະວົງ ຮອງອຳນວຍການ ຫໍສະໝຸດກອງທັບ. ປື້ມທີ່ມອບໃນຄັ້ງນີ້ເພື່ອປະກອບສວ່ນເຂົ້າໃນການສົ່ງເສີມການອ່ານ, ການຄົ້ນຄວ້າຮ່ຳຮຽນ ແລະ ເພື່ອເປັນການຊຸກຍູ້ວຽກງານສົ່ງເສີມການອ່ານໃຫ້ມີຄວາມເຕີບໃຫ່ຍຂະຫຍາຍຕົວ ເຮັດໃຫ້ພະນັກງານນັກ - ຮົບໄດ້ເຂົ້າເຖີງແຫຼ່ງຂໍ້ມູນຂ່າວສານທີ່ຫຼາກຫຼາຍ.