ທ່ານ ພົ.ວ ຟອງສະໝຸດ ພົນທິລາດໄດ້ນຳເອົາປື້ມບົດວິທະຍານິພົນ ປ.ອ ມາມອບໃຫ້ຫໍສະໝຸດກອງທັບ
ທ່ານ ພົ.ວ ຟອງສະໝຸດ ພົນທິລາດໄດ້ນຳເອົາປື້ມບົດວິທະຍານິພົນ ປ.ອ ມາມອບໃຫ້ຫໍສະໝຸດກອງທັບ
ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານສົ່ງເສີມການອ່ານ ແລະ ການຄົ້ນຄ້ວາໂດຍສະເພາະແມ່ນການເຄື່ອນໄຫວວຽກງານຫໍສະໝຸດ ທ່ານ ພົ.ວ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫຼົາຮົບ ໄດ້ນຳເອົາປື້ມບົດວິທະຍານິພົນ ປ.ອ ມາມອບໃຫ້ຫໍສະໝຸດກອງທັບເພື່ອເປັນຂໍ້ມູນໃຫ້ນາຍ ແລະ ພົນທະຫານລຸ້ນສືບທອດໄດ້ສຶກສາຄົ້ນຄ້ວາ, ໃນນັ້ນ ທ່ານ ພັ.ອ ວຽງທອງ ວີດພາວົງ ຫົວໜ້າອຳນວຍການຫໍສະໝຸດກອງທັບກໍ່ໄດ້ກ່າວຂອບອົກຂອບໃຈຢ່າງຈິງໃຈຕໍ່ ທ່ານ ພົ.ວ ຟອງສະໝຸດ ພົນທິລາດ ເຊິ່ງທ່ານກໍ່ເປັນນາຍທະຫານຂັ້ນສູງຜູ້ໜຶ່ງທີ່ເຫັນໄດ້ບົດບາດຄວາມສຳຄັນໃນການສຶກສາຄົ້ນຄ້ວາ ໂດຍສະເພາະແມ່ນການຕອບສະໜອງຂໍ້ມູນຂ່າວສານຂອງວຽກງານຫໍສະໝຸດໃນກອງທັບ.