ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຊາວໜຸ່ມຫໍສະໝຸດກອງທັບ.
ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຊາວໜຸ່ມຫໍສະໝຸດກອງທັບ.
ກອງປະຊຸມໃຫຍ່ຊາວໜຸ່ມຫໍສະໝູດກອງທັບຄັ້ງທີ IV ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28 ກັນຍາ 2023 ຢູ່ສະໂມສອນຫໍສະໝຸດກອງທັບ, ພາຍໃຕ້ການເປັນທານຂອງ ສະຫາຍ ພັນເອກ ວຽງທອງ ວິດພາວົງ ອຳນວຍການຫໍສະໝຸດກອງທັບ, ມີສະຫາຍ ພັນຕີ ທະນຸລັກ ນັນທະບໍລິວັດ ຮອງພະແນກຊາວໜຸ່ມກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍແຂກທີ່ຖືກເຊີນຕະຫຼອດຮອດສະມາຊິກຊາວໜຸ່ມຫໍສະໝຸດເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ພົນເມກ ດາລາວົງ ຮອງເລຂາຊາວໜຸ່ມຫໍສະໝຸດກອງທັບ ໃຫ້ກຽດຂຶ້ນຜ່ານຮ່າງບົດລາຍງານການເມືອງ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານທີ່ສາມາດເຮັດໄດ້ໃນໄລຍະ 5 ປີຜ່ານມາ, ຄະນະຊາວໜຸ່ມຫໍສະໝຸດກອງທັບໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມໃນຂົງເຂດຮັບຜິດຊອບຂອງຕົນເປັນປົກກະຕິ, ປຸກລະດົມສະມາຊິກຊາວໜຸ່ມປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງຕ່າງໆ, ລະບຽບກົດໝາຍຂອງລັດ ກໍ່ຄືຂອງຄະນະຊາວໜຸ່ມ ປປລ ວາງອອກ, ພ້ອມນີ້ໄດ້ນຳພາສະມາຊິກຊາວໜຸ່ມຂອງຕົນເຂົ້າໃນຂະບວນການຕ່າງໆ ໄດ້ສຳເລັດຕາມແຜນການທີ່ວາງໄວ້. ຊຸກຍູ້ສົ່ງເສີມມະຫາຊົນຜູ້ກ້າວໜ້າໃຫ້ໄດ້ເຂົ້າເປັນສະມາຊິກພັກສຳຮອງ ແລະ ສົມບູນ ພ້ອມທັງປະກອບສ່ວນເຂົ້າໃນຂະບວນການລວມທາງດ້ານວັດທະນະທຳ- ສັງຄົມ, ຂະບວນອອກແຮງງານ, ຂະບວນດ້ານວິຊາສະເພາະ ແລະ ຂະບວນອື່ນໆ ທີ່ການຈັດຕັ້ງຈັດຂຶ້ນ. ຊຸກຍູ້ສົ່ງເສີມການສ້າງເງື່ອນໄຂ ແລະ ນຳພາສະມາຊິກຫາລາຍໄດ້ເພີ່ມເພື່ອສ້າງລາຍຮັບເຂົ້າໜ່ວຍຊາວໜຸ່ມໃຫ້ເຂັ້ມແຂງເທື່ອລະກ້າວ. ຕໍ່ມາ ສະຫາຍ ພັນຕີ ທະນຸລັກ ນັນທະບໍລິວັດ ຮອງພະແນກຊາວໜຸ່ມກົມໃຫຍ່ການເມືອງກອງທັບ, ກໍ່ໄດ້ຂຶ້ນຜ່ານມາດຖານຕໍ່ຜູ້ສະໝັກທີ່ຈະເຂົ້າເປັນຄະນະໜ່ວຍຊາວໜຸ່ມຊຸດໃໝ່ເພື່ອໃຫ້ມີຄວາມຮັບປະກັນ.
ໜ່ວຍຊາວໜຸ່ມຫໍສະໝຸດກອງທັບປະກອບມີຄະນະ 02 ສະຫາຍ,ຍິງ 02 ສະຫາຍ, ມີສະມາຊິກຊາວໜຸ່ມທັງໝົດ 18 ສະຫາຍ,ຍິງ 13 ສະຫາຍ, ໃນກອງປະຊຸມຄັ້ງນີ້ ບັນດາສະມາຊິກຊາວໜຸ່ມຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 4 ສະຫາຍ, ແລະ ຜົນການປ່ອນບັດເລືອກເອົາ ຄະນະໜ່ວຍຊາວໜຸ່ມຊຸດໃໝ່ມີ 3 ສະຫາຍ, ຍິງ2ສະຫາຍໄດ້ແກ່: ຮ້ອຍເອກ ນ. ພົນເມກ ດາລາວົງ ເລຂາໜ່ວຍຊາວໜຸ່ມຫໍສະໝຸດກອງທັບ, ຮ້ອຍເອກ ສິນນະກອນ ເຕັມເມລາດ ຮອງເລຂາໜ່ວຍຊາວໜຸ່ມຫໍສະໝຸດກອງທັບ ແລະ ຮ້ອຍໂທ ນ. ຂັນຄຳ ໄຊຍະວົງ ກຳມະການໜ່ວຍຊາວໜຸ່ມຫໍສະໝຸດກອງທັບ.
ໃນພິທີກອງປະຊຸມ ສະຫາຍ ພັນເອກ ວຽງທອງ ວິດພາວົງ ອຳນວຍການຫໍສະໝຸດກອງທັບໄດ້ສະແດງຄວາມຍ້ອງຍໍຕໍ່ຜົນງານທີ່ໜ່ວຍຊາວໜຸ່ມຍາດມາໄດ້ນັ້ນກໍ່ແມ່ນຜົນງານອັນຍິ່ງໃຫຍ່ຂອງຊາວໜຸ່ມຫໍສະໝຸດກອງທັບ, ສະຫາຍຍັງໃຫ້ເນັ້ນບາງບັນຫາຕໍ່ຄະນະໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງກໍ່ຄືການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມເຂັ້ມແຂງ, ປັບປຸງການຈັດຕັ້ງໃຫ້ກົງໄປກົງມາແບ່ງງານ, ແບ່ງຄວາມຮັບຜິດຊອບຢ່າງລະອຽດ ບຸກຄົນຂຶ້ນກັບການຈັດຕັ້ງ ໂດຍຕິດພັນກັບວຽກງານຊາວໜຸ່ມ ຕິດພັນກັບການສ້າງຂະບວນການໃນວັນສຳຄັນຂອງພັກຂອງຊາດ ໃຫ້ເປັນຂະບວນຟົດຟື້ນ, ປະເມີນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ ທັນເວລາ, ຊຸກຍູ້ນຳພາ-ຊີ້ນຳວຽກງານຊາວໜຸ່ມໃຫ້ເຄື່ອນໄຫວ ເປັນປົກກະຕິ ແລະ ຕໍ່ເນື່ອງ.