ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສ້າງ ກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2025 ແລະ ເປີດຂະບວນແຂ່ງຂັນສ້າງກອງ 3 ປອດຂອງຫໍສະໝຸດກອງທັບ.

..............................................................................
ໃນເວລາ 8:30 ຂອງວັນທີ່ 28 ຕຸລາ 2025. ທີ່ຫ້ອງປະຊຸມຫໍສະໝຸດກອງທັບ ໄດ້ເປີດກອງປະຊຸມຂື້ນຢ່າງເປັນທາງການ ໂດຍການເຂົ້າຮວ່ມເປັນປະທານຂອງສະຫາຍ ພັທ ນ. ຄູນທອງ ທໍາມະວົງ ເລຂາໜວ່ຍພັກ ທັ້ງເປັນຜູ້ອໍານວຍການຫໍສະໝຸດກອງທັບ ພ້ອມດ້ວຍຄະນະ ແລະ ພະນັກງານ-ສະມາຊິກພັກ ກໍ່ມີໜ້າເຂົ້າຮວ່ມຢ່າງພ້ອມພຽງ.
ໃນພິທີສະຫາຍ ພັທ ນ. ຄູນທອງ ທໍາມະວົງ ໄດ້ຂື້ນຜ່ານເນື້ອໃນບົດສະຫຼຸບວຽກງານປ້ອງກັນພາຍໃນ ການສ້າງກອງປອດໃສ ປອດໄພ ປອດຄະດີ ໃນປີ 2025 ຜ່ານມາ ແລະ ວາງທິດທາງແຜນການປະຈໍາປີ 2026 ພ້ອມນັ້ນກໍ່ໄດ້ມີການມອບໃບຢັ້ງຢືນ ກອງປອດໃສ ປອດໄພ ປອດຄະດີ ໃຫ້ຄະນະໜວ່ຍພັກ ຫໍສະໝຸດກອງທັບ ແລະ ໄດ້ຈັດຕັ້ງເປີດຂະບວນການສ້າງກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2026 ເຊີ່ງຄະນະພັກ ແລະ ບັນດາຫົວໜ້າຈຸກໍ່ໄດ້ຂື້ນມາຈັບມືແຂ່ງຂັນກັນເປັນທີ່ຮຽບຮ້ອຍ.
ກອງປະຊຸມໄດ້ປິດລົງໃນເວລາ 11:00 ຂອງວັນດຽວກັນນີ້ຢ່າງມີເນື້ອໃນເລີກເຊີ່ງ ແລະ ມີບັນຍາກາດເບີກບານມວ່ນຊື່ນ.