ກອງປະຊຸມສະຫຼຸບ ການເຄືອນໄຫວວຽກງານປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງໜ່ວຍສະຫະພັນແມ່ຍິງຫໍສະໝຸດກອງທັບ.
ກອງປະຊຸມສະຫຼຸບ ການເຄືອນໄຫວວຽກງານປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງໜ່ວຍສະຫະພັນແມ່ຍິງຫໍສະໝຸດກອງທັບ.
ໃນເວລາ 8:00 ຂອງວັນທີ 29 ຕຸລາ 2025. ທີ່ຫ້ອງປະຊຸມຫໍສະໝຸດກອງທັບ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026. ຂອງໜ່ວຍສະຫະພັນແມ່ຍິງຫໍສະໝຸດກອງທັບ ໂດຍການເປັນປະທານ ສະຫາຍ ພັທ ນ ເນດຕະນາ ນໍລະສິນ ຮອງອຳນວຍການຫໍສະໝຸດກອງທັບ, ເຂົ້າຮ່ວມກອງປະຊຸມມີຄະນະໜ່ວຍ ພ້ອມສະມາຊີກພາຍໃນໜ່ວຍສະຫະພັນແມ່ຍິງ ຫໍສະໝຸດກອງທັບ.
ສະຫາຍ ພັຕ ນ ແກ່ນສີ ຄຳພາວົງ ເລຂາໜ່ວຍສະຫະພັນແມ່ຍິງຫໍສະໝຸດກອງທັບ. ໄດ້ຂື້ນຜ່ານບົດສະຫຼຸບປະຈຳປີ 2025 ໃນໄລຍະຜ່ານມາໜ່ວຍແມ່ຍິງຫໍສະໝຸດກອງທັບ ໄດ້ເອົາໃສ່ໃຈເຮັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດຕາມໜ້າທີ, ປະຕິບັດຕາມຂໍ້ກຳນົດກົດລະບຽບຂອງສະຫະພັນແມ່ຍິງລາວກໍ່ຄືກອງທັບວາງອອກ,ເຂົ້າຮ່ວມກິດຈະກຳຕ່າງໆ ແລະ ຍົກສູງບົດບາດແມ່ຍິງລາວ 03 ດີ, ຍ້ອນຄະນະພັກ-ຄະນະອຳນວຍການ ຍາມໃດກໍ່ເອົາໃຈໃສ່ຕິດຕາມ-ຊຸກຍູ້ສ້າງທຸກເງື່ອນໄຂໃຫ້ເອື້ອຍນ້ອງໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ ບວກໃສ່ຄວາມເປັນເອກະພາບພາຍໃນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆໄດ້ຮັບຜົນສຳເລັດຕາມແຜນການ ແລະ ຍັງໄດ້ສືບຕໍ່ປະຕິບັດທິດທາງແຜນການປີ 2026 ຂອງໜ່ວຍສະຫະພັນແມ່ຍິງຫໍສະໝຸດຂອງທັບວາງອອກ. ໃນກອງປະຊຸມ ສະຫາຍ ພັຕ ນ ປິ່ງຄຳ ດວງພະຈິດ ໄດ້ຂື້ນຜ່ານເອກະສານປັບປຸງການຈັດຕັ້ງຂັ້ນຈຸຂອງໜ່ວຍສະຫະພັນແມ່ຍິງຫໍສະໝຸດກອງທັບ ພ້ອມໄດ້ມອບລາງວັນໃຫ້ແກ່ເອື້ອຍນ້ອງແມ່ຍິງທີ່ມີຜົນງານອັນດີເດັ່ນດັ່ງນີ້: ສຕ ນ ລຸນນີ ສະຫຼັບແສງ ເຊິງຍາດໄດ້ອັນດັບທີ 1 ໃນກິດຈະກຳຖາມ-ຕອບຂອງພະແນກຊາວໜຸ່ມກົມໃຫຍ່ການເມືອງກອງທັບ. ເພື່ອໃຫ້ກອງປະຊຸມມີຄວາມໝາຍອັນເລີກເຊິ່ງ ສະຫາຍ ພັທ ນ ເນດຕະນາ ນໍລະສິນ ຮອງອຳນວຍການຫໍສະໝຸດກອງທັບ ກໍ່ໄດ້ມີຄຳເຫັນໂອ້ລົມກັບເອື້ອຍນ້ອງພາຍໃນໜ່ວຍ, ຍ້ອງຍໍ້ຊົມເຊີຍໃນຜົນງານທີຍາດມາໄດ້ໃນໄລຍະຜ່ານມາ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມ, ຍົກສູງບົດບາດແມ່ຍິງລາວ ໃຫ້ເປັນແມ່ຍິງ 3ດີ. ຫຼັງຈາກນັ້ນ ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນເວລາ 11:00 ຂອງວັນດຽວກັນ.