ກອງປະຊຸມທາບທາມຢັ່ງຫາງສຽງບຸກຄະລາກອນເຂົ້າເປັນຄະນະຊຸດໃໝ່
ຮອບທີ I ຂອງໜ່ວຍຊາວໜຸ່ມຫໍສະໝຸດກອງທັບຄັ້ງທີ IV.
ກອງປະຊຸມທາບທາມຢັ່ງຫາງສຽງບຸກຄະລາກອນເຂົ້າເປັນຄະນະຊຸດໃໝ່
ຮອບທີ I ຂອງໜ່ວຍຊາວໜຸ່ມຫໍສະໝຸດກອງທັບຄັ້ງທີ IV.
ຕອນເຊົ້າຂອງວັນທີ 16 ສິງຫາ 2023 ນີ້, ໜ່ວຍຊາວໜຸ່ມຫໍສະໝຸດກອງທັບໄດ້ເປີດກອງປະຊຸມທາບທາມບຸກຄະລາກອນເຂົ້າເປັນຄະນະຊຸດໃໝ່ຮອບທີ I ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວຽງທອງ ວິດພາວົງ ອຳນວຍການຫໍສະໝຸດກອງທັບ, ຕະຫຼອດຮອດສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ພົນເມກ ດາລາວົງ ຮອງເລຂາໜ່ວຍຊາວໜຸ່ມ, ໄດ້ຂື້ນຜ່ານບົດສະຫຼຸບໃນການຊີ້ນຳ-ນຳພາຂອງຄະນະໜ່ວຍຊາວໜຸ່ມ ເຊິ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານ ແລະ ຂະບວນການດ້ານຕ່າງໆ ຂອງຊາວໜຸ່ມໃນໄລຍະ 05 ປີຜ່ານມາ ຄະນະໜ່ວຍຊາວໜຸ່ມໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ ເປັນບັນຫາສຳຄັນ, ເຮັດໃຫ້ຖັນແຖວສະມາຊິກຊາວໜຸ່ມ-ໄວໜຸ່ມ ໄດ້ຮັບຮູ້ເຂົ້າໃຈຕໍ່ລະບຽບວິໄນກໍ່ຄືກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ, ໂດຍຕິດພັນກັບການຈັດຕັ້ງປະຕິບັດວຽກງານຂະບວນການ 04 ບຸກຂອງຊາວໜຸ່ມຢ່າງເປັນຂະບວນການຟົດຟື້ນແຂງແຮງ, ພ້ອມກັນນັ້ນໃນກອງປະຊຸມ ຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງໄດ້ດຳເນີນການປ່ອນບັດທາບທາມເອົາບຸກຄະລາກອນລົງສະໝັກຄັດເລືອກເປັນຄະນະຊຸດໃໝ່.