ກອງປະຊຸມທາບທາມຢັ່ງຫາງສຽງ ຄະນະພັກຊຸດໃໝ່ ຮອບທີ I
ຂອງໜ່ວຍພັກ ຫໍສະໝຸດກອງທັບ ສະໄໝທີ່ III.
ກອງປະຊຸມທາບທາມຢັ່ງຫາງສຽງ ຄະນະພັກຊຸດໃໝ່ ຮອບທີ I
ຂອງໜ່ວຍພັກ ຫໍສະໝຸດກອງທັບ ສະໄໝທີ່ III.
ໃນເວລາ 9:00 ຂອງຕອນເຊົ້າວັນທີ 11 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ II ຫໍສະໝຸດກອງທັບ, ໄດ້ເປີດກອງປະຊຸມຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ວັນທອງ ພົງສະຫວັນ ຮອງຫົວໜ້າຫ້ອງການເມືອງ, ຫົວໜ້າຈຸກວດກາການທາບທາມບຸກຄະລາກອນເຂົ້າເປັນຄະນະພັກຊຸດໃໝ່. ມີທ່ານ ພັນເອກ ວຽງທອງ ວິດພາວົງ ເລຂາໜ່ວຍພັກຫໍສະໝຸດກອງທັບພ້ອມດ້ວຍສາມະຊິກພັກໃນໜ່ວຍກໍ່ມີໜ້າເຂົ້າຮ່ວມຢ່າງພ້ອມພຽງ.
ພາຍຫຼັງພິທີໄດ້ກ້າວເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍແລ້ວ, ສະຫາຍ ພັນເອກ ວັນທອງ ພົງສະຫວັນ ກໍ່ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເປັນຄະນະໜ່ວຍຊຸດໃໝ່, ຈາກນັ້ນສະຫາຍ ພັນເອກ ວຽງທອງ ວິດພາວົງ ກໍ່ໄດ້ມີຄຳເຫັນຊີ້ນຳເພື່ອເຮັດໃຫ້ການປ່ອນບັດໄດ້ຮັບຜົນດີ, ຕໍ່ມາສະຫາຍ ພັນໂທ ສອນໄຊ ອິນທະວົງ ຄະນະຈຸກວດກາການທາບທາມ ກໍ່ໄດ້ຂຶ້ນແນະນຳວິທີການປ່ອນບັດເພື່ອໃຫ້ມີຄວາມຮັບປະກັນ.
ການປ່ອນບັດທາບທາມເອົາບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະພັກຊຸດໃໝ່ຂອງໜ່ວຍພັກຫໍສະໝຸດກອງທັບ ໄດ້ດຳເນີນໄປຢ່າງໄດ້ຮັບຜົນດີຕາມລະດັບຄາດໝາຍ ແລະ ປິດລົງໃນເວລາ10:30 ຂອງວັນດຽວກັນນີ້ຢ່າງສະຫງ່າງາມ.