ກອງປະຊຸມ ສ່ອງແສງວຽກງານສື່ມວນຊົນກອງທັບ ປະຈໍາເດືອນ 10 ປີ 2025 ທົ່ວກົມໃຫຍ່ການ ເມືອງກອງທັບ.
ກອງປະຊຸມ ສ່ອງແສງວຽກງານສື່ມວນຊົນກອງທັບ ປະຈໍາເດືອນ 10 ປີ 2025 ທົ່ວກົມໃຫຍ່ການ ເມືອງກອງທັບ.
ໃນເວລາ 8:30 ຂອງວັນທີ 30 ຕຸລາ ຜ່ານມານີ້. ທີ່ຫໍສະໝຸດກອງທັບ ໄດ້ເປີດກອງປະຊຸມສ່ອງແສງວຽກງານສື່ມວນຊົນໃນກອງທັບ ປະຈໍາເດືອນ 10 ປີ 2025. ໂດຍການເປັນປະທານຂອງ ສະຫາຍ ພັ.ທ ສາຍພານິດ ວິລະມານ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ 8 ກອງສື່ມວນຊົນກອງທັບ ເຂົ້າຮ່ວມ.
ບັນດາຄະນະກອງສື່ມວນຊົນກອງທັບ ໄດ້ລາຍງານຢ່າງມີເນື້ອໃນ ແລະ ມີຜົນສໍາເລັດຫຼາຍດ້ານໃນການເຄື່ອນໄຫວປະຕິບັດວຽກງານສື່ມວນຊົນຂອງແຕ່ລະກອງ. ໂອກາດນີ້, ສະຫາຍ ພັ.ທ ສາຍພານິດ ວິລະມານ ໄດ້ມີຄໍາເຫັນໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງສື່ມວນຊົນສ້າງໄດ້ໃນໄລຍະຜ່ານມາພ້ອມທັງຮຽກຮ້ອງໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ, ສືບຕໍ່ປັບປຸງແບບແຜນວິທີ່ເຮັດວຽກໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ, ປະຕິບັດຕາມລະບອບລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ແບ່ງປັນວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຍົກສູງຄຸນນະພາບຂອງການສ້າງພະນັກງານ, ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນເພື່ອເຮັດໃຫ້ການເຄື່ອນໄຫວວຽກງານບັນດາກອງສື່ມວນຊົນໃນກອງທັບມີ ປະສິດທິພາບ ແລະ ຄຸນນະພາບຍິ່ງໆຂື້ນ. ກອງປະຊຸມສ່ອງແສງວຽກງານສື່ມວນຊົນໃນກອງທັບ ໄດ້ສິ້ນສຸດລົງໃນເວລາ 10:30 ຂອງວັນດຽວກັນນີ້ດ້ວຍຜົນສໍາເລັດອັນຈົບງາມ.