ກົມຄົ້ນຄ້ວາວິທະຍາສາດ ແລະ ປະຫວັດສາດ ກະຊວງ
ປ້ອງກັນຄວາມສະຫງົບ ມາ ອວຍພອນຫໍສະໝຸດກອງທັບ.
ກົມຄົ້ນຄ້ວາວິທະຍາສາດ ແລະ ປະຫວັດສາດ ກະຊວງ
ປ້ອງກັນຄວາມສະຫງົບ ມາ ອວຍພອນຫໍສະໝຸດກອງທັບ.
ໃນເວລາ 09:00 ຂອງວັນທີ 17 ມັງກອນ 2025, ທີ່ຫ້ອງຮັບຮອງຊັ້ນ II ຫໍສະໝຸດກອງທັບໄດ້ມີພິທີຕ້ອນຮັບການມາອວຍພອນຂອງ ກົມຄົ້ນຄ້ວາວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງນຳພາໂດຍ ສະຫາຍ ພັນເອກ ປທ ທົງສະຫວັດ ຫຼວງຈັນດາວົງສ໌ ຄະນະພັກຮາກຖານກົມ, ຮອງຫົວໜ້າກົມຄົ້ນຄ້ວາວິທະຍາສາດ ແລະ ກະຊວງ ປະຫວັດສາດ ປ້ອງກັນຄວາມສະຫງົບ ຜູ້ຊີ້ນຳວຽກງານ ຫໍພິພິທະພັນ-ຫໍສະໝຸດ ປກສ ພ້ອມດ້ວຍ ພະນັກງານ-ນັກຮົບ ພະແນກ ຫໍພິພິທະພັນ ປ້ອງກັນຄວາມສະຫງົບ ແລະ ຫ້ອງສະໝຸດຈຳນວນໜຶ່ງ, ໄດ້ນໍາເອົາກະຕ່າຂອງຂວັນ ແລະ ຄຳອວຍພອນມາອວຍພອນຫໍສະໝຸດກອງທັບ, ເນື້ອງໃນໂອກາດ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັນໂທ ນ. ຄູນທອງ ທຳມະວົງ ຮອງອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍ ພະນັກງານ-ນັກຮົບຈຳນວນໜຶ່ງ.
ເບື້ອງຕົ້ນ ສະຫາຍ ພັນເອກ ປທ ທົງສະຫວັດ ຫຼວງຈັນດາວົງສ໌ ຕາງໜ້າຄະນະໄດ້ກ່າວຄຳອວຍພອນ ແລະ ມອບກະຕ່າຂອງຂັວນ, ຈາກນັ້ນ ສະຫາຍ ພັນໂທ ນ. ຄູນທອງ ທຳມະວົງ ກໍ່ໄດ້ຕາງໜ້າຄະນະກ່າວສະແດງຄວາມຕ້ອນຮັບ ແລະ ຂອບໃຈນຳບັນດາທ່ານແຂກທີ່ມາຮ່ວມ. ການມາອວຍພອນໃນຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນເປັນການຜູກແໜ້ນຄວາມສາມັກຄີລະຫວ່າງສອງກະຊວງ, ໂດຍສະເພາະກໍ່ແມ່ນສອງກົມກອງໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ເປັນການອວຍພອນວັນສ້າງຕັ້ງກອງທັບຄົບຮອບ 76 ປີ ຢ່າງມີເນື້ອໃນເລິກເຊິ່ງເພື່ອເປັນການເສີມສ້າງຄວາມສາມັກຄີໃຫ້ຍືນຍົງຕະຫຼອດໄປ. ພິທີອວຍພອນໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງມິດໄມຕີ ແລະ ມີຄວາມເບີກບານມ່ວນຊື່ນ ຈົນເຖິງເວລາອັນສົມຄວນຈຶ່ງເລີກລາກັນໄປ.