2 ພາກສ່ວນ ມອບປຶ້ມໃຫ້ຫໍສະໝຸດກອງທັບ
2 ພາກສ່ວນ ມອບປຶ້ມໃຫ້ຫໍສະໝຸດກອງທັບ
ວັນທີ 9 ກໍລະກົດ 2025 ນີ້, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສໍານັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ ໄດ້ນໍາເອົາປຶ້ມມາມອບໃຫ້ຫໍສະໝຸດກອງທັບ ຈໍານວນ 2 ພັນກວ່າຫົວ ລວມມູນຄ່າ 194.250.000 ກີບ ໂດຍການກ່າວມອບ ຂອງທ່ານ ເພັດໃສ ເພຍເທບ ຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ແລະ ທ່ານ ໄຊຍະພອນ ອານຸເດດ ຜູ້ອໍານວຍການສໍານັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ສະຫາຍ ພັນໂທ ນາງ ຄູນທອງ ທໍາມະວົງ ຮັກສາການອໍານວຍການ ຫໍສະໝຸດກອງທັບ ພ້ອມດ້ວຍຄະນະ ໂດຍມີສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ດວງມະນີ ສີວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພາກກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ນາງຄູນທອງ ທໍາມະວົງ ໄດ້ສະແດງຄວາມຂອບໃຈມາຍັງ 2 ພາກສວນທີ່ໄດ້ນໍາເອົາປຶ້ມດັ່ງກ່າວມາມອບໃຫ້ຫໍສະໝຸດກອງທັບ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາປຶ້ມດັ່ງກ່າວໄປແຈກຢາຍໃຫ້ບັນດາກົມໃຫ້ທົ່ວເຖິງ ແລະ ເປັນປະໂຫຍດສຸງສຸດ.