ທ່ານ ປະທານ ສຸພານຸວົງ ປະທານປະເທດຄົນທຳອິດຂອງ ສປປ ລາວ.
ທ່ານ ປະທານ ສຸພານຸວົງ ປະທານປະເທດຄົນທຳອິດຂອງ ສປປ ລາວ.
ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ. ແລະ ໃນວັນທີ 13ກໍລະກົດ2023 ນີ້ແມ່ນເປັນວັນຄ້າຍວັນເກີດຂອງ ທ່ານ ປະທານ ສຸພານຸວົງ ຄົບຮອບ 114 ປີ.
ໃນຕະຫຼອດໄລຍະການເຄື່ອນ ໄຫວປະຕິວັດຂອງປະທານສຸພາ ນຸວົງ ໄດ້ເປັນຄັນທຸງໃນການເຕົ້າ ໂຮມຄວາມສາມັກຄີຂອງປວງ ຊົນລາວທັງຊາດ ເພິ່ນໄດ້ອຸທິດ ເຫື່ອແຮງ ແລະ ສະຕິປັນຍາປະ ສານສົມທົບຢ່າງກົມກຽວລະຫວ່າງຈິດໃຈຊາດອັນສູງສົ່ງກັບລັດທິມາກ-ເລນິນ, ປະທານສຸພາ ນຸວົງ ແມ່ນຕົວແທນຂອງລັດທິ ຮັກຊາດ, ຮັກຜືນແຜ່ນດິນຂອງ ປວງຊົນທັງມວນ ເພິ່ນໄດ້ສະຫຼະ ເຊື້ອເຈົ້າໜໍ່ກະສັດໂດຍເອົາຊີວິດຂອງຕົນເຈືອຈານລົງໃກ້ຊິດຕິດແໜ້ນກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ພ້ອມກັບບັນດາຊັ້ນຄົນ, ດຳເນີນການປະຕິ ວັດຕໍ່ສູ້ກູ້ຊາດເພື່ອຄວາມເປັນເອກະລາດ ແລະ ອິດສະ ຫຼະພາບແຫ່ງຊາດ.ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາຣີ ປເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.
ເພ່ິນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງທ່າແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພ່ິນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວໃນ ເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮ່ຈີ໋ມິງ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ.