ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ.
ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ.
ສະຫະພັນແມ່ຍິງລາວແມ່ນອົງການຈັດຕັ້ງໜື່ງທີ່ໄດ້ສ້າງຂຶ້ນແຕ່ຫົວທີພ້ອມໆກັບການກຳເນີດຂື້ນຂອງຮາກຖານການປະຕິວັດ(ໃນໄລຍະຕໍ່ຕ້ານບ່ອນໃດທີ່ເລີ່ມສ້າງເປັນຖານທີ່ໝັ້ນປະຕິວັດກໍ່ໄດ້ມີການຈັດຕັ້ງຂອງສະມາຄົມແມ່ຍິງໄປພ້ອມ)ອົງການຈັດຕັ້ງແມ່ຍິງຊື່ງເປັນພື້ນຖານໃຫ້ແກ່ການສ້າງຕັ້ງເປັນອົງການຈັດຕັ້ງສະຫະພັນແມ່ຍິງແມ່ນໄດ້ເລີ່ມຈາກບັນດາໜ່ວຍຍຸວັນນາລີ,ໜ່ວຍແມ່ນັກຮົບ,ເອື້ອຍນັກຮົບຊື່ງກຳເນີດຂື້ນແຕ່ໄລຍະຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງເປັນຕົ້ນມາ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນການຈັດຕັ້ງຂອງສະມາຄົມແມ່ຍິງໄດ້ຂະຫຍາຍຕົວຢ່າງກ້ວາງຂວາງແຕ່ຊົນນະບົດເຖິງຕົວເມືອງ.
ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກິດປະ ຫວັດສາດ ຂອງການປະຕິວັດລາວ, ນັບແຕ່ຫົວທີ ທີ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ, ຜັກກໍ່ໄດ້ເອົາໃຈໃສ່ຢ່າງ ຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖື ແມ່ຍິງເປັນພາກສ່ວນຫນຶ່ງໃນກໍາລັງແຮງ ທີ່ສໍາຄັນຂອງພັກ.
ພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກ ທີ່ ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເຫມີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະ ນະທໍາ-ສັງຄົມ ເທື່ອລະກ້າວ, ອົງການຈັດຕັ້ງແມ່ຍິງຂັ້ນຮາກຖານ ຈຶ່ງໄດ້ເກີດຂຶ້ນໂດຍເລີ່ມຈາກການຈັດຕັ້ງຫນ່ວຍແມ່ ນັກຣົບຢູ່ຊົນນະບົດ, ຫນ່ວຍຍຸວັນນາລີ ຢູ່ຕາມຕົວເມືອງ, ການຈັດຕັ້ງດັ່ງກ່າວໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະ ຫຍາຍຕົວນັບມື້ນັບກວ້າງຂວາງ.
ວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງຫນ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນຕົ້ນ ກໍາເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປະຈຸບັນ) ແຕ່ງຕັ້ງຄະນະຫນ່ວຍ ຊຶ່ງປະກອບມີ 03 ທ່ານ ຄື:
1. ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ
2. ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ
3. ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ
ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການ ແມ່ຍິງທົ່ວປະເທດ, ຊຶ່ງໃນໄລຍະນັ້ນ ່ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນຫນ່ວຍຍຸວັນນາລີ, ຫນ່ວຍແມ່ນັກຣົບ, ຫນ່ວຍເອື້ອຍນັກຮົບ.
ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດລະບຽບ, ໂຄງການດໍາເນີນງານ ຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຫນ້າທີ່ການ ເມືອງ ຂອງພັກໃນແຕ່ລະໄລຍະ. ມາຮອດວັນທີ 06 ມັງກອນ 1956 ກອງປະຊຸມໃຫຍ່ແນວລາວອິດສະຫຼະທົ່ວປະເທດໄດ້ໄຂຂື້ນ ແລະ ໄດ້ ຕົກລົງປ່ຽນຊື່ຈາກແນວລາວອິດສະຫຼະ ມາເປັນແນວລາວຮັກຊາດໃນເວລານັ້ນ, ກໍາມະການສູນກາງແນວລາວຮັກ ຊາດທັງຍິງ ແລະ ຊາຍຕ່າງກໍ່ສະຫນັບສະຫນູນໃຫ້ແມ່ຍິງລາວບັນດາເຜົ່າ ໄດ້ມີອົງການຈັດຕັ້ງສະເພາະຂອງຕົນ ແລະ ໄດ້ປຸກລະດົມຊຸກຍູ້ໃຫ້ແມ່ຍິງເຂົ້າການຈັດຕັ້ງສະເພາະ ຂອງເພດຍິງ, ເພາະວ່າການຈັດຕັ້ງແມ່ຍິງຜ່ານມາແມ່ນຂຶ້ນກັບ ອົງການແນວໂຮມ, ແຕ່ອົງການແນວໂຮມພັດປະກອບດ້ວຍຫຼາຍຊັ້ນຄົນ, ມີອາຍຸກະສຽນແຕກຕ່າງກັນ ແລະ ສ່ວນ ຫຼາຍແມ່ນຜູ້ຊົງຄຸນວຸດທິ (ຫມາຍວ່າ: ແມ່ນຜູ້ມີອາຍຸສູງ ແລະ ມີຖານະບົດບາດໃນສັງຄົມ).
ດັ່ງນັ້ນ ໃນເດືອນ ມັງກອນ ປີ 1956 ສະມາຄົມແມ່ຍິງລາວຮັກຊາດ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍແຕ່ງຕັ້ງ ຄະນະຫນ່ວຍຄົ້ນຄວ້າວຽກງານແມ່ຍິງຢູ່ສູນກາງເປັນຄະນະນໍາພາ ຄື: ທ່ານນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ແລະ ທ່ານນາງ ຄໍາແພງ ບຸບຜາ ເປັນຮອງ, ຈາກ