ພິທີປະກາດການແຕ່ງຕັ້ງປະທານສານທະຫານຂັ້ນສູງ.
ພິທີປະກາດການແຕ່ງຕັ້ງປະທານສານທະຫານຂັ້ນສູງ.
ພິທີປະກາດການແຕ່ງຕັ້ງປະທານສານທະຫານຂັ້ນສູງ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2023 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີບັນດາສະຫາຍຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ຫ້ອງການ ແລະ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ຂຸນສຸວັນ ສຸທຳມະວົງ ຫົວໜ້າຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍ ການແຕ່ງຕັ້ງປະທານສານທະຫານຂັ້ນສູງ ໃນນີ້, ປະທານປະເທດ ອອກລັດຖະດຳລັດແຕ່ງຕັ້ງ ສະຫາຍ ພັນເອກ ສິງທອງ ຄຳປະເສີດ ຮອງປະທານສານທະຫານຂັ້ນສູງ ຂຶ້ນເປັນປະທານສານທະຫານຂັ້ນສູງ. ພ້ອມທັງ, ໄດ້ຈັດຕັ້ງມອບຊຸດ ແລະ ຊັ້ນ ຜູ້ພິພາກສາ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໂດຍການຂຶ້ນມອບຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ. ຈາກນັ້ນ, ສະຫາຍ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ກໍໄດ້ຂຶ້ນກ່າວຮັບໜ້າທີ່ ແລະ ປະຕິຍານຕົນຕໍ່ພັກ-ລັດ ຕໍ່ການຈັດຕັ້ງ, ຕໍ່ພະນັກງານ, ນາຍ ແລະ ພົນທະຫານ ແລະ ປະຊາຊົນບັນດາເຜົ່າ ທັງໝົດວ່າ: ຈະຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ແລະ ຄົ້ນຄວ້າຮໍ່າຮຽນ ແລະ ປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ, ມະຕິຄຳສັ່ງຂອງພັກ, ລັດຖະທຳມະນູນ, ກົດໝາຍຜູ້ພິພາກສາ ແລະ ລະບຽບລັດຖະກອນ ຕຸລາການ ທີ່ວາງອອກຢ່າງເຂັ້ມງວດ, ຈະຕັ້ງໜ້າຄົ້ນຄວ້າຮໍ່າຮຽນທິດສະດີແນວທາງປ່ຽນແປງໃໝ່ຂອງພັກ ເພື່ອພັດທະນາຕົນເອງ, ພັດທະນາກົມກອງ, ຈະຍົກສູງຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະ ຕ້ານແນວຄິດເອກະຊົນ ສວຍໃຊ້ໜ້າທີ່ຕຳແໜ່ງ, ການສໍ້ລາດບັງຫຼວງ, ຫຼີ້ນກິນຟຸມເຟືອຍ ແລະ ຕ້ານປະກົດການຫຍໍ້ທໍ້ອື່ນໆ, ຈະປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດໃຈ, ບໍ່ລຳອຽງເຂົ້າຂ້າງອອກຂາ, ບໍ່ເປີດເຜີຍຄວາມລັບ ກ່ອນການຕັດສີນຄະດີ, ບໍ່ທວງເອົາ, ບໍ່ຂໍຮັບສິນບົນຈາກຄູ່ຄວາມ ຫຼື ບຸກຄົນອື່ນ ເພື່ອຫາຜົນປະໂຫຍດຜູ້ ໃຫ້ສິນບົນ, ຈະເດັດດ່ຽວປະຕິບັດຈັນຍາບັນ, ຈັນຍາທໍາຂອງຜູ້ພິພາກສາຢ່າງເຂັ້ມງວດ, ບໍ່ເປັນທີ່ປຶກສາທາງ ດ້ານກົດໝາຍໃຫ້ບຸກຄົນ ແລະ ນິຕິບຸກຄົນອື່ນ ໄປແນວທາງທີ່ບໍ່ຖືກຕ້ອງຕາມກົດໝາຍ ທີ່ຕິດພັນກັບໜ້າທີ່ ວຽກງານຂອງຕົນຢ່າງເດັດຂາດ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ຜູ້ພິພາກສາ ແລະ ວິຊາການຂອງສານທະຫານຂັ້ນສູງ, ສານທະຫານພາກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ ໃນການການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ວຽກງານມີຜົນສຳເລັດ, ໂດຍສະເພາະແມ່ນການຕັດສິນຄະດີໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ ບໍ່ໃຫ້ມີຫາງສຽງຈົ່ມວ່າຈາກສັງຄົມ, ສືບຕໍ່ປັບປຸງລະບົບການຈັດຕັ້ງຂອງສານທະຫານແຕ່ລະຂັ້ນໃຫ້ໜັກແໜ້ນ ເຂັ້ມແຂງ, ບັນຈຸຊັບຊ້ອນພະນັກງານ, ບຸກຄະລາກອນ ຕ້ອງໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດກັບໜ້າທີ່ວຽກງານຕົວຈິງ. ຄະນະພັກ-ຄະນະບັນຊາ ຕ້ອງມີຄວາມສາມັກຄີ, ມີຄວາມເປັນເອກະພາບໃນໝູ່ ຄະນະ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີການແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ການເຮັດວຽກຕ້ອງມີແບບແຜນວິທະຍາສາດ, ມີການຕິດຕາມກວດກາ, ມີການສະຫຼຸບຖອດຖອນບົດຮຽນ, ມີການສ່ອງແສງລາຍງານເປັນປະຈໍາ, ເອົາໃຈໃສ່ສືບຕໍ່ແກ້ໄຂຄະດີໃຫ້ຖືກຕ້ອງເປັນທຳ ແລະ ໂປ່ງໃສ, ນຳສົ່ງພະນັກງານ ສານທະຫານຂັ້ນສູງ ລົງຊຸກຍູ້ຊີ້ນໍານໍາພາແກ້ໄຂຄະດີ ຢູ່ບັນດາສານທະຫານພາກຢ່າງເປັນປົກະຕິເພື່ອເຮັດໃຫ້ມີຄວາມລະອຽດຈະແຈ້ງມາແຕ່ຕົ້ນ ໃນນັ້ນຕ້ອງມີການປະສານສົມທົບກັບກົມກອງທີ່ກ່ຽວຂ້ອງເພື່ອແກ້ໄຂ ໂດຍສະເພາະແມ່ນ 5 ພາກສ່ວນຍຸຕິທໍາໃນກອງທັບ ການຈັດຕັ້ງປະຕິບັດກົດໝາຍ, ການຄົ້ນຄວ້າພິຈາລະນາຕັດສີນຄະດີໃຫ້ມີຄວາມເປັນເອກະພາບ, ມີຄວາມຍຸຕິທຳແລ້ວ ຈຶ່ງນໍາໄປຈັດຕັ້ງປະຕິບັດ.