ຄະນະຜູ້ແທນນັກຮົບເກົ່າບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ມາຢ້ຽມຢາມຫໍສະໝຸດກອງທັບ.
ຄະນະຜູ້ແທນນັກຮົບເກົ່າບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ມາຢ້ຽມຢາມຫໍສະໝຸດກອງທັບ.
ໃນຕອນເຊົ້າຂອງວັນທີ 26 ທັນວາ 2023, ຄະນະຜູ້ແທນດັ່ງກ່າວມີປະມານ20ກວ່າທ່ານ, ເຊິ່ງນຳໂດຍ ສະຫາຍ ນ. ມະນີລາ ດາດົງໄຊພ້ອມຄະນະໄດ້ມາຢ້ຽມຢາມຫໍສະໝຸດກອງທັບ ແລະ ເຂົ້າທ່ຽວຊົມ ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ໃນໂອກາດຕ້ອນຮັບ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີທີ່ຈະມາເຖິງເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດທີ່ບັນດາທ່ານໄດ້ປະກອບສ່ວນເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດຈາກແອກຄອບຄອງຂອງພວກຈັກກະພັດ, ເຮັດໃຫ້ເຂົາເຈົ້າມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ມາເຫັນຜົົນງານ ແລະ ໄຊຊະນະຂອງບັນພະບຸລຸດເຮົາສ້າງໄວ້, ກ່ອນຈະມີປະເທດຊາດໃນວັນນີ້ກໍ່ຍ້ອນມີພວກເພິ່ນໃນວັນນັ້ນ. ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຕໍ່ການນຳພາ ພັກ-ລັດ ທີ່ໄດ້ເອົາໃຈໃສ່ປົກປັກຮັກສາມູນເຊື້ອການຕໍ່ສູ້ເຫຼົ່ານີ້ໄວ້ໃຫ້ລູກຫຼານເຮົາໄດ້ຮູ້ໄດ້ເຫັນ, ເພື່ອເປັນການຈາລຶກຄຸນງາມຄວາມດີຂອງບັນດາທ່ານເຫຼົ່ານັ້ນໄວ້ໃນດວງໃຈລູກຫຼານຄົນລາວຕະຫຼອດໄປ.