ຄະນະກົມໂຄສະນາອົບຮົມ ກມທ ຕ້ອນຮັບ ຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນ ຫວຽດນາມ
ຄະນະກົມໂຄສະນາອົບຮົມ ກມທ ຕ້ອນຮັບ ຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນ ຫວຽດນາມ
ວັນທີ 3 ກໍລະກົດ 2024 ນີ້, ສະຫາຍ ພັນເອກ ທີມສາວ ດວງຈໍາປາ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ນາງ ເຈິນ ອຸດແຄ່ງລີ ພະນັກງານພະແນກເຕັກນິກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໂອກາດນີ້ ສະຫາຍ ພັນເອກ ທີມສາວ ດວງຈໍາປາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບອັນຍິ່ງໃຫຍ່ ແລະ ຕີລາຄາສູງຕໍ່ຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ກໍຄືປະຊາຊົນສອງຊາດ ຫວຽດນາມ-ລາວ,ລາວ-ຫວຽດນາມ ໃນຕະຫຼອດໄລຍະທີ່ຜ່ານມາຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ ແລະ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ແກ່ຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ທີ່ມາເຮັດວຽກຢູ່ລາວໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງປະສົບຜົນສໍາເລັດໃນການເຝິກອົບຮົມຕາມແຜນການ.
ສະຫາຍ ພັນເອກ ນາງ ເຈິນ ອຸດແຄ່ງລີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງອວຍພອນໄຊໃຫ້ ສະຫາຍ ພັນເອກ ທີມສາວ ດວງຈໍາປາ ສືບຕໍ່ນໍາພາ-ຊີ້ນໍາວຽກງານຂອງຕົນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ພ້ອມທັງເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ-ສອງລັດ, ກໍ່ຄືປະຊາຊົນສອງຊາດຫວຽດນາມ-ລາວ,ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນຂົງເຂດວຽກງານໂຄສະນາຂອງສອງກະຊວງປ້ອງກັນປະເທດໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.