ຂະບວນການຍ່າງເພື່ອສຸຂະພາບຂ່ຳນັບຮັບຕ້ອນວັນລັດຖະທຳມະນູນແຫ່ງຊາດຄົບຮອບ 32 ປີ ( 15 ສິງຫາ 1991 - 15 ສິງຫາ 2023 )
ຂະບວນການຍ່າງເພື່ອສຸຂະພາບຂ່ຳນັບຮັບຕ້ອນວັນລັດຖະທຳມະນູນແຫ່ງຊາດຄົບຮອບ 32 ປີ ( 15 ສິງຫາ 1991 - 15 ສິງຫາ 2023 )
ໃນຕອນເຊົ້າຂອງວັນທີ 11 ສິງຫາ 2023 ນີ້, ກົມກົດໝາຍກະຊວງປ້ອງກັນປະເທດ ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ, ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນລັດຖະທຳມະນູນແຫ່ງຊາດຄົບຮອບ 32 ປີ (15 ສິງຫາ 1991 - 15 ສິງຫາ 2023).
ໃຫ້ກຽດເປັນປະທານໂດຍ ພົນຈັດຕະວາ ກັນທອງ ສຸກເລືອງຄຳ ຫົວໜ້າກົມກົດໝາຍກະຊວງປ້ອງກັນປະເທດ, ຕາງໜ້າກົມກອງທີ່ຂື້ນກັບກົມໃຫຍ່ການເມືອງກອງທັບ, ຫ້ອງການບໍລິຫານຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ໂອກາດດັ່ງກ່າວສະຫາຍ ພົນຈັດຕະວາ ກັນທອງ ສຸກເລືອງຄຳ ໄດ້ສະແດງຄວາມເຫັນວ່າ: ການຈັດກິດຈະກໍາຍ່າງເພື່ອສຸຂະພາບ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນລັດຖະທຳມະນູນແຫ່ງຊາດຄົບຮອບ 32 ປີ ໃຫ້ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງ ແລະ ເປັນຂະບວນທີ່ຟົດຟື້ນໃຫ້ ຊາວໜຸ່ມ-ແມ່ຍິງ ທົ່ວອົງການ, ກົມກອງ, ກົມໃຫຍ່ການເມືອງກອງທັບ ມີຄວາມສາມັກຄີສະໜິດແໜ້ນ ແລະ ຍັງເປັນການສ້າງຂະບວນການໃຫ້ມີບັນຍາກາດເບີກບານມ່ວນຊື່ມ, ສ້າງໃຫ້ພະນັກງານ-ນັກຮົບ ມີສຸຂະພາບແຂງແຮງ ແລະ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນອີກດ້ວຍ.