ຍິນດີຕ້ອນຮັບ ເຂົ້າສູ່ເວັບໄຊ໌ ຂອງກົມອາຊີວະສຶກສາ Facebook ກົມອາຊີວະສຶກສາ ແລະ ທີ່ຢູ່ເວັບໄຊ໌ https://tved.moes.edu.la/index.php FB: ສ້າງອະນາຄົດກັບອາຊີວະ
ໃນວັນທີ 15 ຕຸລາ 2026 ໄດ້ມີ ພິທີປະກາດຍົກລະດັບ ສະຖານະໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫົວພັນ ຂຶ້ນເປັນ ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງ ທ່ານ ນ. ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ ຮອງປະທານຄະນະກຳມະການປົກຄອງ ແຂວງຫົວພັນ, ເປັນກຽດເປັນປະທານຮ່ວມໂດຍ ທ່ານ ວິໄລພອນ ພົມມະຫາໄຊ ຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໜູພັນ ອຸດສາ ອາດີດຫົວໜ້າກົມອາຊີວະສຶກສາ, ມີຜູ້ຕາງໜ້າຈາກກົມອາຊີວະສຶກສາ, ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ແຂວງພັນ, ສະພາການຄ້າ ແລະ ອຸດສະຫະກໍາແຂວງ, ຫ້ອງການສຶກສາທິການ ແລະ ກິລາ, ໂຮງຮຽນມັດທະຍົມສຶກສາ, ອໍານາດການປົກຄອງບ້ານ, ພະນັກງານຄູອາຈານວິທະຍາໄລເຕັກນິກ-ວິຊາຊີບ ແຂວງຫົວພັນ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ
ພິທີ ມອບ-ຮັບໃບຢັ້ງຢືນ ແລະ ໃບຢ້ອງຍໍຂອງສາມອົງການຈັດຕັ້ງມະຫາຊົນ ກໍາມະບານ, ແມ່ຍິງ ແລະ ຊາວໜຸ່ມ ຄັ້ງວັນທີ 05 ຕຸລາ 2026.
ກະຊວງສຶກສາທິການ ແລະ ກິລາ ປະກາດແຕ່ງຕັ້ງ ທ່ານ ວິໄລພອນ ພົມມະຫາໄຊ ເປັນຫົວໜ້າຫ້ອງການກະຊວງ ຜູ້ໃໝ່
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ໃນວັນທີ 2 ຕຸລາ 2026 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ສສກ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສະຖາບັນ, ສູນ, ວິທະຍາໄລ ຕະຫຼອດຮອດພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 312/ນຍ, ລົງວັນທີ 18 ກັນຍາ 2026 ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ທ່ານ ວິໄລພອນ ພົມມະຫາໄຊ ເປັນຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ.
ໃນວັນທີ 30 ກັນຍາ 2026 ໄດ້ມີກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ໃນໄລຍະເລີ່ມຕົ້ນຂອງໂຄງການ ການພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ເພື່ອສົ່ງເສີມການມີວຽກເຮັດງານທຳຂອງໄວໜຸ່ມລາວ ຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສາ ອິນທະວົງ ຮອງຫົວໜ້າກົມອາຊີວະສຶກສາ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຕາກາໂຮະ ຟູກາມິ, ຫົວໜ້າພະແນກການສຶກສາ ອົງການ UNICEF, ມີຜູ້ຕາງໜ້າຈາກກົມອາຊີວະສຶກສາ, ບັນດາກົມພາຍໃນສໍານັກກະຊວງສຶກສາທິການ ແລະ ກິລາ, ສະຖາບັນພັດທະນາອາຊີວະສຶກສາ, ຜູ້ຕາງໜ້າຈາກສະຫະພາບເອີລົບ, ອົງການ UNICEF ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນລະຫວ່າງວັນທີ 28 ກັນຍາ-2 ຕຸລາ 2026 ໄດ້ມີກອງປະຊຸມຝຶກອົບຮົມການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າຊ່ວຍໃນການຮຽນ-ການສອນ ສຳລັບຄູສອນ ສາຂາບໍລິການໂຮງແຮມ ທ່ອງທ່ຽວ (ຄັ້ງທີ 5) ຢູ່ທີ່ ວິທະຍາໄລເຕັກນິກ ປາກປ່າສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ມີຜູ້ຕາງໜ້າຈາກກົມອາຊີວະສຶກສາ, ຄະນະຜູ້ອໍານວຍການ, ຄະນະພະແນກ, ຄະນະພາກວິຊາ ແລະ ພະນັກງານຄູອາຈານ ສະຖານອາຊີວະສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ
ໃນວັນທີ 25 ກັນຍາ 2026 ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຂອງສະຖາບັນພັດທະນາອາຊີວະສຶກສາ ຢູ່ທີ່ສະຖາບັນພັດທະນາອາຊີວະສຶກສາ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ເປັນກຽດເປັນປະທານຮ່ວມໂດຍ ທ່ານ ຮສ. ປອ ບຸນເສັງ ຄໍາມູນຕີ ຜູ້ອໍານວຍການ ສະຖາບັນພັດທະນາອາຊີວະສຶກສາ, ມີຜູ້ຕາງໜ້າຈາກກົມອາຊີວະສຶກສາ, ຄະນະຜູ້ອໍານວຍການ, ຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ ແລະ ພະນັກງານຄູອາຈານ ສະຖາບັນພັດທະນາອາຊີວະສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມ ການພັດທະນາເນື້ອຫາໂຄສະນາ, ການເລົ່າເລື່ອງ ແລະ ການຜະລິດສື່ຜ່ານຮູບພາບ ແລະ ສຽງ ພາຍໃຕ້ການສະໜັບສະໜູນຂອງແຜນງານ STAF ໃນລະຫວ່າງວັນທີ 21- 25 ກັນຍາ 2026 ໄດ້ມີກອງປະຊຸມ ການພັດທະນາເນື້ອຫາໂຄສະນາ, ການເລົ່າເລື່ອງ ແລະ ການຜະລິດສື່ຜ່ານຮູບພາບ ແລະ ສຽງ ທີ່ໂຮງແຮມ ຄຣາວພລາຊາ (Crowne Plaza),
ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຕິ່ງຄໍາ ສຸລິນທາ ຮອງຫົວໜ້າກົມອາຊີວະສຶກສາ, ມີຜູ້ຕາງໜ້າຈາກກົມອາຊີວະສຶກສາ, ທີມງານບໍລິສັດ STELLA,
ໃນວັນທີ 4 ກັນຍາ 2026 ໄດ້ມີພິທີປະກາດແຕ່ງຕັ້ງຮັກສາການຜູ້ອຳນວຍການ ວິທະຍາໄລເຕັກນິກກະສິກຳ ດົງຄຳຊ້າງ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລພອນ ພົມມະຫາໄຊ
ໃນວັນທີ 2-4 ກັນຍາ 2026 ໄດ້ມີກອງປະຊຸມທົບທວນ ແລະ ຝຶກອົບຮົມ ວຽກງານ ສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2, ສະໜັບສະໜູນໂດຍ ໂຄງການ ທັກສະສີມື
ໃນວັນທີ 03 ກັນຍາ 2026 ທີ່ວິທະຍາໄລເຕັກນິກແຂວງວຽງຈັນ, ວິທະຍາເຂດວັງວຽງ ໄດ້ມີການຈັດພິທີມອບຮັບ ຕຶກອາຄານທີ່ໄດ້ຮັບການກໍ່ສ້າງ ແລະ ສ້ອມແປງ ຈາກງົບປະມານຂອງແຜນງານ ທັກສະເພື່ອການທ່ອງທ່ຽວ, ກະສິກໍາ ແລະ ປ່າໄມ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປອ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,
ໜ່ວຍພັກຮາກຖານກົມອາຊີວະສຶກສາ ຈັດກອງປະຊຸມຮ່ວມຊີວິດການເມືອງ ປະຈຳເດືອນສິງຫາ 2026 ພ້ອມເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ
ສະໄໝທີ XII
ກອງປະຊຸມພັດທະນາລະບົບລາຍງານຂໍ້ມູນຂ່າວສານອາຊີວະສຶກສາ ແລະ ຂໍ້ມູນຂ່າວສານຕະຫຼາດແຮງງານ ໃນລະຫວ່າງວັນທີ 24-28 ສິງຫາ 2026