ການຊີ້ນຳ - ນຳພາຂອງຄະນະນະອຳນວຍການເວລາໃດກໍ່ລົງໃກ້ຊິດຕິດແທດນຳພາເຮັດຕົວຈິງ ( ທ່ານສຸລິວົງ ພອນວັນນາ ຄະນະອຳນວຍການໂຮງຮຽນ ກຳລັງບາກເສົາອ່າງແທ້ງນ້ຳ )
💉💉💉💉ທີມແພດຈາກໂຮງໝໍເມືອງ ສະໜາມໄຊ ໄດ້ທຶນຊ່ວຍເລືອຈາກ ສ ເກົາຫລື ນຳຢາວັກຊີນກັນພະຍາດ ໄຂ້ທໍລະພິດ ແຕ່ວັນທີ 14 - 15 / 11 / 2018
ເຊິ່ງເປັນພະຍາດທີ່ເກີດຈາກເຊື້ອທີ່ບົນເປື້ອນມານຳນ້ຳຈາກເຫດເຂດສັນເຂື່ອນເຊປຽນ - ເຊນ້ຳນ້ອຍແຕກ ຕະຫຼອດສອງວັນທີ່ຜ່ານມາຈິ່ງສຳເລັດການສັກຢາວັກຊິນຄົບຕະຫລອດທັງຄູ - ອາຈານ ແລະ ນ້ອງໆນັກຮຽນ...
👨🏫👨🏫👨🏫ການຍ້ອງຍໍນັກຮຽນທີ່ມີຜົນງານດີເດັ່ນ ໃນຄັ້ງວັນທີ 12/11/2018 ເຊິ່ງໃນການສອບເສັງປະຈຳເດືອນ 10 ສາມາດຍາດໄດ້ຄະແນນ 7 ຂື້ນໄປໃນທຸກໆ ວິຊາລວມມີສອງນ້ອງຄື:
1. ນາງ ນຸດດາວອນ ຫ້ອງ 7/3
2. ນາງ ມັດສະຫຍາ ຫ້ອງ 7/3
ພາບການຮຽນ - ການສອນຂອງຄູ ແລະ ນັກຮຽນສຳລັບຂັ້ນ ມ 1 ສົກຮຽນ 2018 - 2019 ໂດຍອັດຕາສະເລ່ຍແຕ່ລະຫ້ອງຮຽນແມ່ນ 50 ຄົນຕໍ່ 1 ຫ້ອງຮຽນ
ຂໍຂອບໃຈມາຍັງທີມບັນເທົາທຸກ ໂກເວີໂປ ທີ່ເຮັດດີທີ່ສຸດ ທີ່ເມືອງສະໜາມໄຊ ແຂວງອັດຕະປື
Thanks to the KOWERPO relief team, the best place to stay in Sanamxai District, Attapeu Province
👨🏫👨🏫👨🏫 ໃນວັນທີ 8 ພະຈິກ 2018 ທີ່ຜ່ານມານີ້ ທີ່ໂຮງຮຽນ ມສ ສະໜາມໄຊ ໄດ້ຈັດການສອບເສັງຄັດເລືອກເອົານັກຮຽນເກັ່ງ ເພື່ອກຽມສົ່ງເຂົ້າສອບເສັງນັກຮຽນເກັ່ງຢູ່ຂັ້ນ, ເມືອງ ແລະ ຂັ້ນແຂວງ......
ພາບສຳລັບກຸ່ມນັກຮຽນ ຜູ້ປະສົບໄພພິບັດ ໂຮງຮຽນມສ ສະໜາມໄຊ ຮ່ວມເຮັດກິດຈະກຳການຮຽນ - ກາສອນກາງແຈ້ງກ່ຽວກັບການຊ່ວຍເຫຼືອເບື້ອງຕົ້ນສະພາວະກິດແບບສ້າງສັນທັງນີ້ກໍ່ເພື່ອໃຫ້ນັກຮຽນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດເຂື່ອນເຊປຽນ - ເຊນ້ຳນ້ອຍແຕກໄດ້ມີຄວາມສຸກຕະຫຼອດທາງກາຍ ແລະ ຈິດໃຈ.( ສະຖານທີ່ຈັດກິດຈະກຳ ເດີ່ນໂຮງຮຽນ ມສ ສະໜາມໄຊ )
ປັດຈຸບັນການຮຽນ - ການສອນຢູ່ໃນເຕັນແມ່ນດຳເດີນໄປຢ່າງເປັນປົກກະຕິ ຫ້ອງຮຽນທີ່ຮຽນໃນເຕັນແມ່ນມີທັງໝົດ 12 ຫ້ອງຮຽນ ແຕ່ເຖິງຢ່າງໃດກໍ່ຕາມ ຄູອາຈານ ແລະ ນ້ອງໆ ນັກຮຽນກໍ່ບໍ່ໄດ້ຫວັ່ນໄຫວຕໍ່ອຸປະສັກດັ່ງກ່າວເຖິງວ່າແຜນການປຸກສ້າງອາຄານຮຽນແບບເຄິ່ງຖາວອນຈະບໍ່ທ່ວງທັນກັບສະພາບຄວາມເປັນຈິງກໍ່ຕາມ ຄູອາຈານ ແລະ ນ້ອງໆ ນັກຮຽນກໍ່ຍັງມີຄວາມຫວັງທີ່ຈະມີວັນນັ້ນ...
ໃນຕອນເຊົ້າວັນຈັນ ວັນທີ 22/10/2018 ຜູ້ອຳນວຍການມອບຂອງຂວັນໃຫ້ນ້ອງໆ ນັກຮຽນ ທີ່ເສັງໄດ້ຄະແນນ 7 ຂື້ນໄປ ໃນທຸກໆ ວິຊາສະເພາະເດືອນ 9
ໃນເວລາ 11:30 ນາທີ ຂອງວັນທີ 11/10/2018 ຜູ້ອຳນວຍການພ້ອມການນຳຂອງເມືອງໄດ້ພາຕາງໜ້າສະຖານທູດຈາກ ສ ເກົາຫຼີ ລົງເບິ່ງສະພາບການຕົວຈິງກ່ຽວກັບການຮຽນການສອນໃນເຕັນ ຈາກການລາຍງານສະພາບການຕົວຈິງຂອງຄູປະຈຳວິຊາ ແລະ ນ້ອງໆນັກຮຽນ ແລະ ໄດ້ເຫັນຕົວຈິງພົບວ່າ: ການຮຽນ - ການສອນຢູ່ໃນເຕັນແມ່ນພົບກັບອຸປະສັກທີ່ຫຍຸ້ງຍາກບາງດ້ານເຊັ່ນ: ອາກາດໃນເຕັນອົບເອົາ, ແສງສະຫວ່າງໃນເຕັນເປັນໂທນສີຟ້າ ເຊິ່ງເຮັດໃຫ້ການແນມເຫັນຂອງນັກຮຽນຕາລາຍ ຫຼື ມົວ ແລະ ມີບາງນ້ອງກໍ່ເປັນວິນ...ຫຼັງຈາກນັ້ນທ່ານຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍການນຳຂອງເມືອງກໍ່ໄດ້ສົນທະນາແລກປ່ຽນຄວາມຄິດຄວາມເຫັນ ກັບທ່ານ ເຊັງຊູອໍ ຕາງໜ້າສະຖານທູດເກົາຫລີ ເພື່ອຊອກຫາວິທີແກ້ໄຂສະເພາະຫນ້າໃນພາກສະໜາມຕົວຈິງ...
ໃນຕອນທ່ຽງຂອງວັນທີ 11/10/2018 ທ່ານ ຜູ້ອຳນວຍການ ພ້ອມດ້ວຍ ທ່ານ ຮອງເຈົ້າເມືອງ ໄດ້ນຳພາ ປະທານອົງການກ້ອຍກາ ຈາກ ສ ເກົາຫຼີ ລົງຕິດຕາມສະພາບການນຳໃຊ້ເຄື່ອງກອງນ້ຳ
ໃນເວລາ 10:30 ນາທີ ຂອງວັນທີ 11/1ົ0/2018 ໄດ້ສືບຕໍ່ພິທີມອບ - ຮັບ ໂຕະ, ຕັ່ງ, ເຕັນ ແລະ ອຸປະກອນການສຶກສາຈາກທ່ານ ເຊັງຊູອໍ ປະທານອົງການກ້ອຍກ້າ ສ ເກົາຫລີ ແລະ 6 ອົງການຊ່ວຍເຫຼືອລ້າຈາກ ສ ເກົາຫລີ ມອບອຸປະກອນການສຶກສາໃຫ້ໂຮງຮຽນທີ່ຖືກຜົນກະທົບຈາກເຫດການສັນເຂື່ອນເປປຽນ - ເຊນ້ຳນ້ອຍແຕກ ໂດຍຕ່າງໜ້າຂື້ນຮັບ ແມ່ນ ທ່ານ ນາງ ມະນີລາ ໄຊສົມບູນ ຮອງເຈົ້າເມືອງ ເມືອງສະໜາມໄຊ...
ໃນຕອນເຊົ້າຂອງມື້ນີ້ ເວລາ 9:30 ນາທີຂອງວັນທີ 11/10 /2018 ທ່ານ ອຳນວຍການໂຮງຮຽນ ມສ ສະໜາມໄຊ ລາຍງານສະພາບ ການຮຽນການສອນກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໂດຍສະ ເພາະການຮຽນ - ການສອນທີ່ຢູ່ໃນເຕັນ ໃຫ້ແກ່ນັກຂ່າວຂອງແຂວງ ອັດຕະປື...
ໃນຕອນເຊົ້າຂອງມື້ນີ້ ວັນທີ 11/10/2018 ຫ້ອງການສຶກສາທິການ ແລະ ກິລາເມືອງ ສົມທົບກັບໂຮງຮຽນ ມສ ສະໜາມໄຊ ໄດ້ຈັດພິທີສະຫລອງວັນຄູແຫ່ງຊາດ 7 ຕຸລາ 2018 ຄົບຮອບ 24 ປີ ທີ່ເດີ່ນໂຮງຮຽນ ມສ ສະໜາມໄຊ. ເປັນປະທານໃນຄັ້ງນີ້ມີທ່ານ ມະນີລາ ໄຊສົມບູນ ຮອງເລຂາພັກ, ຮອງເຂົ້າເມືອງ ເມືອງສະໜາມໄຊ, ທ່ານ ທອງໄຊ ບຸດທອງດີ ກຳມະການພັກເມືອງ ເຂຂາຄະນະພັກຮາກຖານ ຫົວຫນ້າຫ້ອງການສຶກສາທິການ - ກິລາເມືອງ, ມີຄະນະອຳນວຍການ ມສ, ມຕ ອ້ອມຂ້າງ, ພະນັກງານຫ້ອງການສຶກສາເມືອງ ຕະຫຼອດຮອດຄູ - ອາຈານ ແລະ ນ້ອງນັກຮຽນກໍ່ໄດ້ເຂົ້າຮ່ວມ...
ເມື່ອວັນທີ 9 ຕຸລາ ຜ່ານມານີ້ ບໍລິສັດ SK E&C ຂອງ ສປປ ເກົາຫລີ ໄດ້ມອບນ້ຳສົ້ມ, ເຂົ້າໜົມ ແລະ ຫນ້າກາກອະນາໄມ ໃຫ້ແກ່ໂຮງຮຽນ ມສ ສະໜາມໄຊ ໂດຍແມ່ນ ອ. ສຸລິວົງ ພອນວັນນາ ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍຄູ - ອາຈານພາຍໃນໂຮງຮຽນ ແລະ ມຕ ບ້ານໃໝ່ຈຳນວນໜຶ່ງ ຮັບເຄື່ອງນຳບໍລິສັດດັ່ງກ່າວ ເພື່ອແຈກຢາຍໃຫ້ຄູ - ອາຈານ ແລະ ນ້ອງໆ ນັກຮຽນຢ່າງທົ່ວເຖິງ
ໂຮງຮຽນ ມສ ສະໜາມໄຊ ປັດຈຸບັນແມ່ນບັນດາຫ້ອງເລື່ອນຊັ້ນແມ່ນໄດ້ຮຽນໃນເຕັນໄດ້ມີການດຳເນີນການຮຽນການສອນຢ່າງເປັນປົກກະຕິ ເຖິງວ່າການຮຽນ - ການສອນຢູ່ໃນເຕັນຈະພົບກັບອຸປະສັກໃນບາງດ້ານກໍ່ຕາມເຊັ່ນ: ອາກາດໃນເຕັນອົບເອົ້າ, ກິ່ນຈາກຜ້າປຣາສຕິກ ແລະ ອື່ນ....ແຕ່ອຸປະສັກດັ່ງກ່າວກໍ່ບໍ່ໄດ້ເປັນອຸປະສັກໃດໆ ທັງນັ້ນ ໃຫ້ແກ່ ຄູ - ອາຈານ ແລະ ນ້ອງໆນັກຮຽນ ແຖມຍັງມີຮອຍຍິ້ມທີ່ແຈ່ມໃສ່ ຄ້າຍກັບວັນເປີດສົກຮຽນໃໝ່...
ໃນວັນທີ 2 ຕຸລາ ຜ່ານມານີ້ ໂຮງຮຽນ ມສ ສະໜາມໄຊໄດ້ຈັດກອງປະຊຸມຖອດຖອນບົດຮຽນຂື້ນ ເພື່ອຕີລາຄາຈຸດດີ ແລະ ຂໍ້ທີ່ຍັງຄົງຄ້າງໃນບາງບັນຫາ ຂອງແຕ່ລະໜ່ວຍງານ ແລະ ວິທີແກ້ໄຂປັບປຸງແບບແຜນວິທີເຮັດວຽກໃນຕໍ່ໜ້າ ເປັນປະທານໃນຄັງນີ້ມີທ່ານ ພາວັນດີ ສອນທີວີ ຜູ້ອຳນວຍການ ພ້ອມຄະນະ ຕະຫຼອດຮອດຫົວໜ້າໜ່ວຍງານ ຮອງໜ່ວຍງານ ຈຸງານ ແລະຄູທົ່ວໄປ ກອງປະຊຸມໄດ້ດຳເນີນໄປຢ່າງພົດຟື້ນ ພິເສດກໍ່ແມ່ນການມອບຮັບຫນ້າທີ່ຄືນ ຈາກ ທ່ານ ບຸນຫຼີ ນາມມະວົງ ຜູ້ຮັກສາການແທນ ຕະຫຼອດຫລາຍເດືອນທີ່ຜ່ານມາ ແລະ ທ້າຍສຸດສິ່ງທີ່ຈະນຳໄປແກ້ໄຂ ແລະ ປັບປຸງແບບແຜນວິທີດເຮັດວຽກໃຫ້ໄດ້ດີ ທ່ານຜູ້ອຳນວຍການໄດ້ສະແດງຄຳຄິດຄຳເຫັນໃນກອງປະຊຸມວ່າ: ຢາກແກ້ໄຂບັນຫາຕ່າງໆ ໃນວຽກງານການສຶກສາ ໃຫ້ບັນລຸເປົ້າໝາຍໄດ້ ກ່ອນອື່ນໝົດກໍ່ຕ້ອງແກ້ໄຂບັນຫາຕົນເອງເສຍກ່ອນ...ໂດຍສະເພາະແມ່ນບັນຫາແນວຄິດ ແລະ ຖືໄດ້ວ່າຄຳເວົ້າຂອງທ່ານ ຈະເປັນເຂັມຊີ້ທິດເຍືອງທາງໃນການປະຕິບັດວຽກງານການສິດສອນໃຫ້ເກີດດອກອອກຜົນໃນທຸກດ້ານ...