ຄະນະຮັບຜິດຊອບພິມຂໍ້ສອບ
ທີ່ ໂຮງຮຽນ ມສ ສະໜາມໄຊ ເມືອງສະໜາມໄຊ ແຂວງອັດຕະປື ກົງກັບວັນທີ 29 ພະຈິກ 2018 ໄດ້ມີການມອບ - ຮັບ ອຸປະກອນກິລາຈຳນວນຫນຶ່ງໂດຍຕາງໜ້າການຊ່ວຍເຫຼືອຈາກ: ມະຫາວິທະຍາໄລອຸບົນລາດຊະທານີ, ສູນການຮ່ວມມືລະຫວ່າງປະເທດ ດ້ານສາທາລະນະສຸກ ສຳນັກງານດ້ານສາທາລະນະສຸກ ແຂວງ ອຸບົນລາດຊະທານີ ແລະ ສຳນັກງານຫຼັກປະກັນສຸຂະພາບ ກຸງເທບ ມະຫານະຄອນ ທີ່ລົງມາມອບໃຫ້ໂຮງຮຽນ ມສ ສະໜາມໄຊ ແລະ ໂຮງຮຽນ ມສ ສົມສຸກ ລວມມີ: ບານເຕະ, ບານສົ່ງ, ກະຕໍ້, ໄມ້ແບັດຕີດອກປີກໄກ່ ພ້ອມດອກປີກໄກ່.
ໂລໂກ້ ໂຮງຮຽນ ມສ ສະໜາມໄຊ ອັດຕະປື
ຫນ້າປົກເຟສບຸກ ໂຮງຮຽນ ມສ ສະໜາມໄຊ ອັດຕະປື
ໃນວັນທີ 20 ພະຈິກ 2018 ໂຮງຮຽນ ມສ ສະໜາມໄຊ ໄດ້ຢາຍອຸປະກອນການສຶກສາເຊິ່ງການຢາຍຄັ້ງນີ້ແມ່ນມອບໃຫ້ຄູປະຈຳຫ້ອງລົງມອບໃຫ້ນັກຮຽນຢ່າງທົ່ວເຖິງເຊິ່ງອຸປະກອນດັ່ງກ່າວປະກອບມີ: ປື້ມ, ບິກ, ສໍ ແລະ ສະບູອາບນ້ຳ ທັງນີ້ກໍ່ເພື່ອແນໃສ່ສົ່ງເສີມຂະບວນການຮຽນການສອນຢູ່ໂຮງຮຽນໃຫ້ມີບັນຍາກາດທີ່ດີ ແລະ ປະສິດທິພາບສູງສຸດ <<<<……………..>>>>
Sanamxay High School examined health and distribution from Korea
ໜ່ວຍງານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ການສື່ສານ ກຳລັງປັບປຸງເວັບໄຊຂອງໂຮງຮຽນມັດທະຍົມສຶກສາສົມບູນສະໜາມໄຊ ແລະ ຈະມີການອັບເດດຫນ້າເວັບເພື່ອຕອບສະໜອງຂໍ້ມູນຂ່າວສານ ການເຄື່ອນໄຫວວຽກງານຕ່າງໆ ຂອງໂຮງຮຽນຢ່າງເປັນປົກກະຕິ