ປີໃໝ່ລາວ ແຫ່ນາງສັງຂານ
ຮີດ ເຄົາລົບ ທຳນຽມ ປະເພນີອັນດີງາມ ແລະ ສືບທອດ
ຄອງ ແນວທາງ ປະຕິບັດເພື່ອ ຄວາມດີງາມໃຫ້ຖືກຕ້ອງ
ຈີນຢຸນນານ ມຽນມາ ໄທ ກໍາພູຊາ ລາວ
Festival d'eau dans les différentes parties de l'Asie du Sud Est
The Water Festival in different parts of Southeast Asia
Xishuangbanna Myanmar Thai Cambodia Laos
Procession de - Miss New Year Parade
The annual beauty pageant, the winner being named Nang San Khane of seven contestants and each person will symbolize one of King Kabinlaphom’s seven daughters according to the Lao legend.
ເມື່ອຮອດ ປີໃຫມ່ ແຕ່ ລະປີປະຊາຊົນລາວເອົານ້ຳອົບ ນ້ຳຫອມ ຫລື ນ້ຳດອກໄມ້ ໄປຫົດສົງພະພຸດທະຮູບ ພ້ອມນັ້ນຍັງມີການແຫ່ ນາງສັງຂານ ພ້ອມດ້ວຍ 6 ເອື້ອຍນ້ອງ ຂີ່ສັດພາຫະນະ ໄປແຫ່ເອົາຫົວ ພໍ່ ອອກຈາກຖ້ຳ ເພື່ອຫົດສົງ ສວ່າຍລ້າງ ດ້ວຍນ້ຳອົບ ນ້ຳຫອມ ໃຫ້ສະອາດ ແລ້ວ ນຳໄປໄວ້ບ່ອນເກົ່າ.
ພະຍາກາບິນລະພົມ ເມື່ອທັງ 7 ນາງ ພ້ອມຫນ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາຖາດຄໍາ ມາຮອງຮັບບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຖ້າຫົວພໍ່ແລະ ເລືອດຕົກລົງດິນກໍຈະເກີດ ໄຟມະໄລກັນໄຫມ້ໂລກທັງໂລກ ຖ້າໂຍນຫົວຂື້ນສູ່ເວຫາກໍຈະໄຫມ້ອາກາດ ເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງ ໝົດອາກາດຫາຍໃຈ ຖ້າໂຍນຫົວລົງນ້ຳ ກໍຈະເຮັດໃຫ້ແມ່ນ້ຳຄົງຄາ ມະຫາສະຫມຸດແຫ້ງຂອດ ເກີດເປັນໄພແລ້ງຂົມຂູ່ ຕໍ່ມວນມະນຸດທົ່ວໂລກ ຈາກນັ້ນ ໃຫ້ຫອບໄວ້ ຢູ່ໃນຖ້ຳເຂົາສຸເມນໂນລາດ ເມື່ອເຖິງເດືອນຫ້າຟ້າລ່ວງ ຫລື ຕຸດສົງການປີໃດ ຖ້າສັງຂານລ່ວງຖືກມື້ໃດ ໃຫ້ລູກສາວປະຈຳວັນນັ້ນ ( ຫລື ນາງສັງຂານ) ຂີ່ສັດພາຫະນະຂອງຕົນ ໄປແຫ່ເອົາຫົວພໍ່ອອກຈາກຖ້ຳ ເພື່ອຫົດສົງ ສວ່າຍລ້າງ ດ້ວຍນ້ຳອົບນ້ຳຫອມໃຫ້ສະອາດ ແລ້ວນຳໄປໄວ້ບ່ອນເກົ່າ
History of Lao new year
ເມື່ອຮອດ ປີໃຫມ່ ແຕ່ ລະປີປະຊາຊົນ ຊາວຢູນານ ສະເຫຼີມສະຫຼອງປີໃໝ່ດ້ວຍການຫົດນໍ້າ
ນີທານ ໃນສໄໝກ່ອນ ມີ ຍັກໃຫຽ່ ປົກຄອງ ຣາດຊະອານາຈັກ ຢູນນານ ເມື່ອເວລາ ຍັກຮ້າຍ ຕ້ອງມີ ອຸປະຕິໄພ ເກິດຂື້ນ ແກ່ ປະເທດ ແຕ່ ປະຊາຊົນ ບໍ່ມີອໍານາດ ສູ້ຍັກ ໃດ້. ມີ ມື້ໜື່ງ ໜື່ງໃນ ພັນລະຍາ ທັງ ເຈັດ ຂອງຍັກ ໃດ້ຕັດສີນໃຈ ຕັດຄໍຍັກ ດ້ວຍ ກໍ້ເສ້ນຜົມ ເມື່ອ ເວລາ ຍັກ ນອນ ສະນັ້ນ ແຕ່ລະປີ ເມື່ອຮອດ ບູນປີໃໝ່ ປະຊາຊົນ ຈື່ງໃດ້ ມາສົງນໍ້າ ແຕ່ລະປີ ໜື່ງໃນ ພັນລະຍາ ທັງ ເຈັດ ໃດ້ປ່ຽນກັນ ລ້າງເລຶອດ ບໍ່ໃຫ້ ຕົກໃສ່ດີນ ຖ້າຕົກໃສ່ ດີນ ຈະມີ ອຸປະຕິເຫດໄຟໄໝ້ ເກີດຂື້ນ ທົ່ວ ຈັກກະວານ.
History of Yunnan New Year
中国加油 - ຈົ່ງເຂັ້ມແຂງ ສປ ຈີນ - Restez Forte la Chine - Stay Strong China
ສີລະປີນລາວ ຮ່ວມພະລັງໃຈ ສົ່ງສຽງເພງ ເປັນກຳລັງໃຈເຖີງ ສປ ຈີນ ເມືອງອູ່ຮັ້ນ🙏🏻 ຈົ່ງເຂັ້ມແຂງ ແລະ ຜ່ານຜົ້ນໂລກຮ້າຍ ໂຄໂລນ່າ ຂໍຊົມເຊີຍ CRI-FM93 ພ້ອມທີມງານ ຈາກ ໄກ່ ນາງພະຍາ ອາເຫຼັກຊານດຣາ ແລະ...
In the meantime, stay healthy and keep washing your hands ! En attendant, restez en bonne santé et continuez à vous laver les mains ! ໃນການລໍຖ້າ ໃຫ້ຮັກສາສຸກຄະພາບຕົນເອງ ແລະ ມັ່ນລ້າງມືເລື້ອຍໆ ຈາກ ທ່ານ Bill Gates