ບໍລິສັດ ມະລິລາວ ຈໍາກັດຜູ້ດຽວ ແມ່ນຈຸນລະວິສາຫະກິດທີ່ຂຶ້ນທະບຽນ ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 26 ພະຈິກ 2020 ໄດ້ຮັບທະບຽນວິສາຫະກິດເລກທີ 01-00024745. ກິດຈະກໍາທຸລະກິດຂອງພວກເຮົາ ປະກອບມີ ການເຄື່ອນໄຫວກິດຈະກຳບໍລິການດ້ານຂໍ້ມູນ-ຂ່າວສານ ແລະ ການເຄື່ອນໄຫວສາຍວິຊາຊີບ ວິທະຍາສາດ ແລະ ເຕັກນິກ. ຫົວຫນ່ວຍທຸລະກິດນີ້ແມ່ນສ້າງຕັ້ງໂດຍ ຈັນສະຖິດ ຈະເລີນສິນ ນັກຄົ້ນຄວ້າສາຍສັງຄົມ ທີ່ມີຄວາມຕັ້ງໃຈສົ່ງເສີມການນໍາໃຊ້ຂໍ້ມູນ ແລະ ການວິໄຈທີ່ມີຄຸນນະພາບເຂົ້າໃນຂະບວນການຕັດສິນໃຈທີ່ມີລັກສະນະວິທະຍາສາດໃນອົງກອນພາກລັດ ແລະ ເອກະຊົນ.
ປະຫວັດຫຍໍ້ຂອງຜູ້ກໍ່ຕັ້ງ ແລະ ຫົວຫນ້ານັກຄົ້ນຄວ້າຂອງບໍລິສັດ
ມີປະສົບການຫລາຍກວ່າ 10 ປີ ໃນການຄົ້ນຄວ້າດ້ານເສດຖະກິດ-ສັງຄົມ ແລະ ການສໍາຫລວດພາກສະຫນາມຢູ່ ສປປ ລາວ
ມີປະສົບການເຮັດວຽກໃນພາກລັດ ແລະ ອົງການຈັດຕັ້ງສາກົນ
ສໍາເລັດຫລັກສູດຝຶກອົບຮົມ "210 hours training course on Research Methodology" ທີ່ຈັດໂດຍ College Francois-Xavier-Garneau ແລະ Garneau International ພາຍໃຕ້ໂຄງການສົ່ງເສີມນັກທຸລະກິດຍິງ ໃນຊຸມປີ 2001-2004
ຈົບການສຶກສາລະດັບປະລິນຍາເອກ ສາຂາ ນະໂຍບາຍ ແລະ ການພັດທະນາເສດຖະກິດ ຈາກມະຫາວິທະຍາໄລ ທີ່ປະເທດຍີ່ປຸ່ນ ໃນປີ 2012
ຂົງເຂດທີ່ຄົ້ນຄວ້າລົງເລິກແມ່ນ ແຮງງານ ແລະ ສະຫວັດດິການສັງຄົມ ແລະ ການເງິນຈຸລະພາກ
ສາມາດອ່ານປະຫວັດການເຮັດວຽກຂອງຜູ້ກ່ຽວໄດ້ຈາກລິ້ງນີ້: https://www.linkedin.com/in/chansathith-chaleunsinh/
MaliLao Sole Co., Ltd is a microenterprise found on November 26, 2020 under registration number 01-00024745 approved by Ministry of Industry and Commerce. Our business activities include information service and business and management consultancy. This firm was found by Chansathith Chaleunsinh, a social researcher who aims to promote quality data and analysis for evidence-based decision making in private and public agencies.
Profile of the founder and principal researcher
Have more than 10-year experience on socio-economic research and field survey in Lao PDR
Have experiences working in public sector and international development organizations
Completed "210 hours training course on Research Methodology" organized by College Francois-Xavier-Garneau and Garneau International under Project on Female Entrepreneurs 2001-2004.
Holding a Ph.D. in Economic development and policies from university in Japan since 2012
Key areas of expertise are labour and social welfare & microfinance
More information on her working experiences can be found here: https://www.linkedin.com/in/chansathith-chaleunsinh/