ໄປບ່ອນດຽວໄດ້ທັງ2ອາລົມ2ສະຕາຍ
ຜັກງາມໆໝາກໄມ້ສົດໃໝ່ປອດສານພິດທີ່"pawan farm" ມີທັງສະຫຼັດອໍແກນິກ,ໝາກໂມ,ເມລ້ອນແລະອື່ນໆ ແຖມເວລາຢ່າງຊົມສວນກໍ່ມີພະນັກງານໃຈດີຄອຍແນະນຳ ໃຜທີ່ຢາກຈະຊື້ກັບບ້ານກໍ່ສາມາດໄປຊື້ທີ່ເຄົາເຕີ້ໄດ້ເລີຍ
ເຮົາຫຼັງຈາກເລາະເບິ່ງຜັກເບິ່ງສວນແລ້ວເຮົາກໍ່ໄປຖ່າຍຮູບຢູ່" Tmelon cafe" ນັ່ງຊິວໆພ້ອມນ້ຳໝາກໂມຊົມວິວຫຼືຖ້າຫີວກໍ່ສັ່ງອາຫານໄດ້ຢາກຈະບອກວ່າສະຫຼັດແຊບບແອັດກິນຈົນບໍ່ເຫຼືອ ເບິ່ງຈາກໃນຮູບໄດ້ເລີຍ
ກ່ອນກັບຢ່າລືມໄປຖ່າຍຮູບນຳນ້ອງແບ້ນ່າາາ
ສະຖານທີ່:ຢູ່ບ້ານນາລ້ອມຫຼັກ19ເສັ້ນ13ໃຕ້ ມີປ້າຍຢູ່ເບື້ອງຂວາມືທາງເຂົ້າ
ເບີ່ງວີດີໂອ ກົດເລີຍ
13/12/2020
ສາຍລຸ່ຍຫ້າມພາດbackpackລົດຈັກ "ພູຜາງອຍ" ທຳມະຊາດວິວງາມຄຸ້ມກັບຄວາມເມື່ອຍແລະຄວາມເຈັບໂຕ ແອັດຖືກຕົວະ"ຂີ່ລົດຈັກແບບຊິວໆວ່າຊັ້ນນນ!"
ເສັ້ນທາງຄືບໍ່ຢາກຈະເວົ້າບັນຍາຍບໍ່ອອກເລີຍຍຍ ຕອນແອັດໄປມີບາງເສັ້ນໄດ້ປູທາງແລ້ວຕອນເຫັນທາງປູຄືດີໃຈໂຄດດ ແຕ່ໄດ້ແປບດຽວກາກັບເປັນເສັ້ນທາງເກົ່າໃຊ້ເວລາໄປກັບມື້1ເຕັມໆ ຂີ່ໄປນຳທາງວິວກາງາມ ຖ່າຍຈົນບໍ່ໝົດ
ກ່ອນຈະຂຶ້ນຜາງອຍກໍ່ມີໝູ່ບ້ານນ້ອຍໆ ແອັດໄປຖືກຕອນເຂົາເຈົ້າມີງານຄ້າຍຄືງານວັດ ຫຼັງຈາກຖາມທາງເຂົາເຈົ້າແຖວນັ້ນແລ້ວກໍ່ຕ້ອງຂີ່ຂຶ້ນໄປອີກ ທາງຄືແບບສູງຊັນ ກວ່າຈະຮອດ! ພໍເຫັນທຳມະຊາດແລ້ວກາຫາຍເມື່ອຍ ອຸ່ຍຍຍງາມນະແນມລົງໄປຄືເຮົາຢູ່ເຖິງຟ້າເລີຍຍ ອາກາດດີໂຄດດ ທຳມະຊາດສຸດໆ ແຕ່ກ່ອນເພີ່ນໃຫ້ກາງເຕັ້ນນອນ ແຕ່ດຽວນີ້ຫ້າມແລ້ວເພາະຢ້ານເກີດອຸບັດຕິເຫດ ແນະນຳໃຫ້ໄປແຕ່ເຊົ້າໆຈຶ່ງຈະໄດ້ຢູ່ດົນໆເພາະແອັດບໍ່ທັນໄດ້ກິນເຂົ້າສວາຍກໍແລງແລ້ວຕ້ອງໄດ້ຟ້າວກັບ ເສຍດາຍຍໂຄດໆເລີຍຍ
ຕອນກັບລົງມາແອັດລະຢາກຫົວຕົວເອງ ທາງມືດກາມືດ ໄຟກາບໍ່ມີ ເອື້ອຍແອັດລາວລະບອກໃຫ້ແອັດນັບໂຄ້ງເວລາລົງຈະໄດ້ຮູ້ວ່າມີຈັກໂຄ້ງ ນັບໄປນັບມາກາບໍ່ຮອດໃສຈັກເທື່ອເອື້ອຍແອັດລາວລະຢ້ານເຈີກັບ... ລາວກາຢ້ານແອັດສິໄຫ້ ສ່ວນແອັດໃນຕອນນັ້ນລະຄິດແຄ່ວ່ານັ່ງຊົມດາວຢູ່ແບບຊິວໆ ເພາະແມ່ນມື້ທີ13/12/2020 ເປັນມື້ທີ່ເຮົາຈະເຫັນດາວຫຼາຍທີ່ສຸດ ແຖມຖ້າໃຜໄດ້ໄປເບິ່ງຢູ່ເທິງພູແຮງງາມມ ສຸດທ້າຍລະເຮືອລົ້ມບາດຈອດນ່າາ ວ່າສິບໍ່ລົ້ມລົດລະສຸດທ້າຍກາລົ້ມຈົນໄດ້ ກັບມາຮອດບ້ານແອັດຈຶ່ງກັບມາຄິດຄືນ ມັນເປັນຕາຢ້ານໃດເນາະ ມືດກາມືດຈັກສິເຈີຫຍັງກັບເຈີຫຍັງ
ບໍ່ຕ້ອງແຕ່ງໜ້າໄປ ເພາະມີຮ່ອງພື້ນທ່າໃຫ້ເຮົາຕະຫຼອດນຳທາງແລ້ວ
ສະຖານທີ່: ທາງໄປພູເຂົາຄວາຍ ກາຍເຄື່ອນໄຟຟ້ານ້ຳມັງ3 ຂຶ້ນໄປເປັນທາງແດງ
ແດດຮ້ອນໆຊິມີໃຜໄປຖ່າຍຮູບແນ່?? ມີແອັດ1ໃນຫັ້ນແລ້ວ ໃຜທີ່ຊອກບ່ອນນອນຕື່ນຂຶ້ນມາເບິ່ງພະອາທິດຂຶ້ນທຳມະຊາດອ້ອມຂ້າງແຄມແມ່ນ້ຳ
ຟາມ "ພາຈະເລີນ"
ມີຫ້ອງຫຼາກຫຼາຍແບບໃຫ້ເລືອກບໍ່ວ່າຈະເປັນ:ກາງເຕັ້ນບ້ານຫ້ອງ... ວິວຕອນພະອາທິດຕົກດິນຄືເລີດ! ເບິ່ງເຫັນໄດ້ແບບຊັດເຈນ ແອັດວ່າເມາະແກ່ການໄປນອນຫຼາຍກວ່າເພາະໄລຍະທາງໃນການໄປໄກ ແອັດວ່າຈະໄປກິນເຂົ້າສວາຍພັດວ່າຕູບເຕັມໝົດແລ້ວ *ຊ່ວງນີ້ຄົນຫຼາຍຫຼ່າຍ*
ຖ້າບໍ່ຕິດວ່າບໍ່ມີເຄື່ອງໄປປ່ຽນແອັດກາຢາກລົງໄປຫຼິ້ນນ້ຳຢູ່
ໄປໃສມາໃສຢ່າລືມໃສ່ຜ້າອັດປາກ/ດັງ+ລ້າງມືຕະຫຼອດນ່າາາ
ສະຖານທີ່: ແຖວສັງທອງ ຟາມ ພາຈະເລີນ
ເບີໂທຕີດຕໍ່: 020 28 088 888