ເມືອງວຽງຈັນ ແມ່ນເມືອງໜຶ່ງທີ່ເກົ່າແກ່ຂອງລາວ ຕັ້ງຢູ່ຕາມລ່ອງແມ່ນໍ້າຂອງຕອນກາງ ເປັນເມືອງທີ່ມີບົດບາດ ແລະ ເປັນໃຈກາງທາງດ້ານການເມືອງ ເສດຖະກິດ ວັດທະນະທຳ ແລະ ສັງຄົມ ຜ່ານໄລຍະປະຫວັດສາດຍາວນານ ປະມານ 1.200 ກວ່າປີມາແລ້ວເຄີຍໄດ້ພົວພັນ ແລກປ່ຽນວັດທະນະທຳ ນຳປະເທດຈີນ ແລະ ອິນເດຍບູຮານ ກໍຄືກັບປະເທດອື່ນໆ ຢູ່ອາຊີອາຄະເນ. ພາຍຫລັງທີ່ ພຣະເຈົ້າຟ້າງຸ່ມ ສະຖາປະນາອານາຈັກລ້ານຊ້າງ ຢູ່ເມືອງຊວາ (ຊຽງດົງ, ຊຽງທອງ, ປະຈຸບັນຫລວງພຣະບາງ) ໃນປີ ຄ.ສ 1353 ແລະ ໄດ້ເຕົ້າໂຮມ ບັນດາເມືອງລາວບູຮານ ເຂົ້າເປັນອານາຈັກລ້ານຊ້າງ ເອກະລາດ ເອກະພາບເມື່ອປີ ຄ.ສ 1357, ວຽງຈັນກໍໄດ້ສືບຕໍ່ຂະຫຍາຍຕົວມາເລື້ອຍໆ. ເມື່ອປີ ຄ.ສ 1560 ໄດ້ຮັບການສະຖາປະນາຂຶ້ນເປັນ “ຈັນທະບູລີ ສີສະຕະນາຄະນາຫຸດ ອຸດຕະມະລາຊະທານີ”.
ຈາກນັ້ນ ເມືອງວຽງຈັນ ກໍໄດ້ເປັນກໍາລັງແຮງ ກໍ່ສ້າງພື້ນຖານເສດຖະກິດ ການເມືອງ, ວັດທະນະທໍາ, ສັງຄົມ ໃຫ້ຈະເລີນຮຸ່ງເຮືອງຮອບດ້ານ.
ພົງສາວະດານລາວກ່າວວ່າ: ເມືອງວຽງຈັນເປັນເມືອງໃຫຍ່ມີເຂດການປົກຄອງ ຕິດຕໍ່ກັບ ເມືອງມະລຸກຂະນະຄອນ, ສີໂຄດຕະບອງ (ແຂວງຄຳມ່ວນ) ແຕ່ບໍ່ທັນມີເອກະສານຂໍ້ມູນໃດໆ ມາຢັ້ງຢືນເປັນຫລັກຖານທີ່ແນ່ນອນເທື່ອ. ຢູ່ໃນເຂດເມືອງວຽງຈັນນີ້ ເພິ່ນໄດ້ພົບເຫັນຮ່ອງຮອຍ ວັດທະນະທຳບູຮານ
ຫລາຍເຊັ່ນ: ໃບເສມາຫີນ ສັນຍາລັກ ທາງພຸທະສາສະໜາ ສະໄໝຕົ້ນທີ່ພຣະພຸທະສາສະໜາ ເຂົ້າມາໃນຂົງເຂດນີ້, ສິລາຈາລຶກມອນ, ພຣະພຸທະຮູບຫີນ, ສິລະປະບາຢອນຂອມ, ຮູບເຈົ້າໄຊຍະວໍຣະມັນທີ VII ຂອງກະສັດຂອມ ສະຕະວັດທີ XII ແລະ ອື່ນໆ ຈຶ່ງຢັ້ງຢືນວ່າ ເມືອງວຽງຈັນ ເປັນເມືອງບູຮານແທ້.
ໃນປີ ຄ.ສ 1565 ຫໍພຣະແກ້ວ ກໍໄດ້ຮັບການກໍ່ສ້າງຂຶ້ນ ເຊິ່ງເປັນໄລຍະໄລ່ເລຍກັບການສະຖາປານາເມືອງວຽງຈັນ ເປັນນະຄອນຫລວງ ຂອງອານາຈັກລ້ານຊ້າງ ໃຕ້ການນຳຂອງພຣະເຈົ້າໄຊຍະເຊດຖາທິຣາດ, ໃນສະຕະວັດທີ XVI ຫໍພຣະແກ້ວນີ້ສ້າງຂຶ້ນເປັນບ່ອນ ປະດິດສະຖານຂອງພຣະແກ້ວມໍຣະກົດ (ພຣະພຸທະຮູບທ່ີ່ເຮັດດ້ວຍແກ້ວມໍຣະກົດ) ຫໍນີ້ຕັ້ງຢູ່ໃນເຂດພຣະລາດຊະວັງເຈົ້າຊີວິດ, ໄກຈາກຝັ່ງ ແມ່ນ້ໍາຂອງປະມານ 150 ແມັດ. ພຣະແກ້ວມໍຣະກົດ ແມ່ນມໍລະດົກທາງດ້ານວັດທະນະທໍາ ທີ່ມີຄຸນຄ່າສູງໄດ້ປະດິດສະຖານ ຢູ່ອານາຈັກລ້ານຊ້າງ ໃນສະຕະວັດທີ XVI ຫາສະຕະວັດທີ XVIII ຕາມພົງສາວະດານ ລາວໄດ້ບັນທືກໄວ້ວ່າ: ເມື່ອປີ ຄ.ສ 1547 ພຣະເຈົ້າໄຊຍະເຊດຖາທິລາດ, ລາຊະໂອລົດຂອງພຣະເຈົ້າໂພທິສາລະລາດ ແຫ່ງນະຄອນຊຽງທອງ (ຫລວງພະບາງ) ໄດ້ຮັບການສະຖາປະນາ ຂຶ້ນເປັນເຈົ້າຊີວິດ ໄປປົກຄອງອານາຈັກລ້ານນາ (ຊຽງໃໝ່) ຕາມຄຳຂໍຮ້ອງຂອງຊາວນະຄອນຊຽງໃໝ່ ເຊິ່ງໃນເວລານັ້ນພຣະແກ້ວມໍລະກົດ ໄດ້ປະດິດສະຖານຢູ່ນະຄອນຊຽງໃໝ່ນັ້ນແລ້ວ, ພຣະເຈົ້າໄຊຍະເຊດຖາທິລາດໄດ້ມີຄວາມເຫລື້ອມໃສ ໃນພຣະແກ້ວມໍລະກົດເປັນຢ່າງຍິ່ງ ຈື່ງໄດ້ອັນເຊີນເອົາ ພຣະແກ້ວມໍຣະກົດມາປະດິດສະຖານໄວ້ນະຄອນຊຽງທອງ (ຫລວງພຣະບາງ) ເພື່ອຄວາມປອດໄພ.
ຍ້ອນວ່າເວລານັ້ນນະຄອນຊຽງໃໝ່ເປັນເປົ້າໝາຍການຮຸກຮານຂອງພະມ້າ. ຕໍ່ມາໃນປີ ຄ.ສ 1560 ໄດ້ຍົກຍ້າຍນະຄອນຫລວງ ຈາກນະຄອນຊຽງທອງ ລົງມາສ້າງຕັ້ງເມືອງວຽງຈັນ ເຖິງປີ ຄ.ສ 1565 ພຣະເຈົ້າໄຊຍະເຊດຖາທິຣາດ ຈຶ່ງໄດ້ໃຫ້ນາຍຊ່າງ ປຸກສ້າງຫໍພຣະແກ້ວຂຶ້ນ ເພື່ອເປັນບ່ອນປະດິດສະຖານຂອງພຣະແກ້ວມໍຣະກົດ ຢູ່່ພາຍໃນບໍລິເວນພຣະລາດຊະວັງຂອງພຣະອົງເອງ. ນັບແຕ່ນັ້ນມາພຣະແກ້ວມໍລະກົດໄດ້ ປະດິດສະຖານຢູ່ນະຄອນຫລວງວຽງຈັນ ຕະຫລອດຈົນມາເຖິງປີ ຄ.ສ 1779 ພຣະແກ້ວມໍລະກົດ ຈື່ງຖືກແມ່ທັບຂອງກຸງທົນບູລີ ຢືດໄປໄວ້ບາງກອກ, ນັບວ່າພຣະແກ້ວໄດ້ປະດິດສະຖານຢູ່ກຸງສີສະຕະນາຄະນາຫຸດນານເຖິງ 219 ປີ. ເມື່ອເວລາຜ່ານມາເລີຍມາຮອດປີ ຄ.ສ 1826 – ຄ.ສ 1829 ວຽງຈັນຖືກຈູດເຜົາຍ້ອນສົງຄາມ, ຫໍພຣະແກ້ວກໍຄືສິ່ງກໍ່ສ້າງອື່ນໆ ໄດ້ຖືກມ້າງເພໄປ, ນະຄອນຫລວງວຽງຈັນ ໄດ້ກາຍເປັນເມືອງຮ້າງໄປຊົ່ວໄລຍະໜຶ່ງ. ຜ່ານໄລຍະເວລາໜຶ່ງ ສະຕະວັດ XIX ທີ່ນະຄອນຫລວງວຽງຈັນຖືກຖີ້ມປະຮ້າງໄປ ຈົນມາຮອດປະມານປີ ຄ.ສ 1900 ປະຊາຊົນລາວ ບັນດາເຜົ່າຈຶ່ງໄດ້ທະຍອຍກັນ ເຂົ້າມາຕັ້ງຫລັກແຫລ່ງ ຢູ່ນະຄອນວຽງຈັນ ແລະ ກໍ່ສ້າງຫໍພະແກ້ວຄືນໃໝ່ ເຊິ່ງໃນເວລານັ້ນຍັງເຫລືອແຕ່ຖານຊັ້ນລຸ່ມ, ສ່ວນເສົາ ແລະ ຝາໄດ້ຖິ້ມປະເປັນຊາກ ທີ່ຫັກເພຕັ້ງຢູ່ເທົ່ານັ້ນ ສ່ວນຫລາຍມີແຕ່ເຄືອໄມ້ຕົ້ນໄມ້ ເກີດຂຶ້ນຖ້ວມທັບໄປໝົດ. ມາເຖິງປີ ຄ.ສ 1936 ຈຶ່ງໄດ້ມີການບູລະນະສ້ອມແປງຄືນໃໝ່ ເພິ່ນໄດ້ຮັກສາຜັງກໍ່ສ້າງເດີມຂອງຫໍພຣະແກ້ວໄວ້ເກືອບໝົດ ມີແຕ່ຫລັງຄາເທົ່ານັ້ນໄດ້ເຮັດໃໝ່.