FACULTY OF ARCHITECTURE
NATIONAL UNIVERSITY OF LAOS
NATIONAL UNIVERSITY OF LAOS
Class overview
The Faculty of Architecture has the role of secretary to the President of the National University in organizing teaching and learning.
To train scholars, scientific researchers, preserve and promote the arts, the fine culture of the nation as well as the people of all ethnic groups, and provide services Technical to society.
The Faculty of Architecture has four majors: Department of Architecture, Department of Building Technology, Department of Product Design-Decoration, Department of Environmental Planning-Urban Planning
ຄຳຂວັນຄະນະ
"ຜູ້ນຳດ້ານການອອກແບບ"
ຄະນະບໍດີ
ຮສ. ປອ. ສຸກັນ ຈິດປັນຍາ
ພາລະບົດບາດຂອງ
ຄະນະສະຖາປັດຕະຍະກຳສາດ (ຂຽນຫຍໍ້ວ່າ “ຄສປ”) ມີສຳນັກງານຄະນະບໍດີຕັ້ງຢູ່ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ເປັນຄະນະວິຊາໜຶ່ງທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດໃນການຈັດຕັ້ງການຮຽນ-ການສອນ, ການວາງແຜນ ແລະ ການສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດທາງດ້ານສະຖາປັດຕະຍະກຳສາດ, ວິທະຍາການອາຄານ, ການວາງແຜນສະພາບແວດລ້ອມ-ຜັງເມືອງ , ອອກແບບຕົກແຕ່ງ ແລະ ຜະລິດຕະພັນ, ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການດ້ານວິຊາການແກ່ສັງຄົມ ໂດຍພາຍໃຕ້ການຊີ້ນຳຂອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.
ພະແນກ
1. ພະແນກຈັດຕັ້ງ-ສັງລວມ
2. ພະແນກການເງິນ ແລະ ຊັບສິນ
3. ພະແນກວິຊາການ
4. ພະແນກຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ
5. ພະແນກການສຶກສາ ຫຼັງປະລິນຍາຕີ
6. ພະແນກຄຸ້ມຄອງນັກສຶກສາ
7. ສູນການສຶກສາຮຽນຮູ້ ແລະ ຫ້ອງສະໝຸດ
ພາກວິຊາ
1. ພາກວິຊາສະຖາປັດຕະຍະກຳສາດ
2. ພາກວິຊາສະພາບແວດລ້ອມ-ຜັງເມືອງ
3. ພາກວິຊາວິທະຍາການອາຄານ
4. ພາກວິຊາອອກແບບຜະລິດຕະພັນ-ຕົກແຕ່ງ
ຫຼັກສູດການຮຽນ-ການສອນ
1.ຫຼັກສູດປະລິນຍາຕີ ສາຂາວິຊາການວາງແຜນອອກແບບສະພາບແວດລ້ອມຜັງເມືອງ
ຜົນການຮຽນຮູ້
ມີຄວາມຮັກຊາດ ແລະ ຮີດຄອງປະເພນີວັດທະນະທຳຂອງຊາດ, ເຄົາລົບລະບຽບກົດຫມາຍຂອງລັດທັດສະນະມະຫາຊົນທີ່ຖືກຕ້ອງໃນການເຮັດວຽກກັບອົງການຈັດຕັ້ງຂອງລັດ ແລະ ປະຊາຊົນ ໃນທ້ອງຖິ່ນ.
ມີຄວາມຮູ້ກ່ຽວກັບປັດຊະຍາ, ແນວຄວາມຄິດ, ທິດສະດີໃນການອອກແບບ ແລະ ວາງແຜນເພື່ອ ປະຍຸກໃຊ້ເຂົ້າໃນການແກ້ໄຂບັນຫາໃນການອອກແບບວາງແຜນຊຸມຊົນທັງຊົນນະບົດແລະຕົວເມືອງຕົວຈິງ
ມີຄວາມຮູ້ທາງດ້ານກົດຫມາຍ ແລະ ການປົກຄອງ, ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ທີ່ກ່ຽວຂ້ອງກັບຂະແຫນງການສິ່ງແວດລ້ອມ-ຜັງເມືອງ ເພື່ືອຜັນຂະຫຍາຍໃນການອອກແບບ ວາງແຜນ.
ມີຄວາມຮູ້ທາງດ້ານປະຫວັດສາດ-ວັດທະນະທຳຂອງລາວ, ຂອງພາກພື້ນ ແລະ ສາກົນ.ມີຄວາມຮູ້ທາງດ້ານປັດໄຈມະນຸດ ແລະ ສັງຄົມທີ່ພົວພັນກັບວຽກງານການວາງແຜນ ແລະ ອອກແບບ.
ມີຄວາມຮູ້ທາງດ້ານຫລັກເສດຖະສາດ ແລະ ເສດຖະກິດທີ່ພົວພັນກັບວຽກງານການວາງແຜນ ແລະ ອອກແບບ.ມີຄວາມຮູ້ທາງດ້ານເຕັກໂນໂລຊີທີ່ເຫມາະສົມ, ມີຄວາມຮູ້ກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພັດທະນາຕົວເມືອງແລະຊົນນະບົດທີ່ມີຄວາມຍືນຍົງ.
ມີຄວາມສາມາດໃນການອອກແບບວາງແຜນ ດ້ວຍຫົວຄິດປະດິດສ້າງ, ສາມາດນຳໃຊ້ເຕັກນິກແລະເທັກໂນໂລຊີ ໃນການອອກແບບວາງແຜນ ເຂົ້າໃຈ ການວິເຄາະແລະກຳນົດບັນຫາ, ຊອກຫາທາງເລືອກໃນການແກ້ໄຂບັນຫາ, ການຕີລາຄາ ທາງເລືອກດັ່ງກ່າວ ເພື່ອກ້າວໄປເຖິງຜົນການອອກແບບວາງແຜນ. ທີ່ສ້າງສັນສະພາບແວດລ້ອມສິ່ງປຸກສ້າງ ກໍ່ຄື ສະຖາປັດ ຕະຍະກຳ ແລະ ຜັງເມືອງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆໃນສັງຄົມ.
ມີຄວາມສາມາດໃນການນຳສະເຫນີຄວາມຄິດຂອງຕົນດ້ວຍຄຳເວົ້າ, ການຂຽນ, ການແຕ້ມດ້ວຍມື, ດ້ວຍຄອມພິວເຕີ 2D ແລະ 3D, GIS, ຫຸ່ນຈຳລອງ ແລະ ການປະສົມປະສານສື່ຕ່າງໆເຫລົ່ານີ້ ຢ່າງມີ ປະສິດທິພາບ.
ມີຄວາມສາມາດໃນການວິເຄາະ ເຊິ່ງປະກອບດ້ວຍ: ການວິເຄາະທາງສະຖິຕິ ເປັນຕົ້ນແມ່ນສະຖິຕິ ພັນລະນາ ແລະ ສະຖິຕິອ້າງອິງ 2 ຕົວປ່ຽນ, ແລະ ການວິເຄາະທາງດ້ານພື້ນທີ່ດ້ວຍເຕັກນິກພື້ນຖານ ຈົນເຖິງລະບົບ
ມີຄວາມສາມາດໃນການຮຽນຮູ້ດ້ວຍຕົນເອງ ເພື່ອເສີມຂະຫຍາຍຄວາມຮູ້ໃຫມ່ຢ່າງຕໍ່ເນື່ອງ (Continuing learning), ແລະ ມີຄວາມສາມາດໃນການຂຽນທາງດ້ານວິຊາການ.
ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
ບັນດິດທີ່ຮຽນຈົບຫຼັກສູດນີ້ແລ້ວ ສາມາດປະກອບອາຊີບດັ່ງນີ້:
ສະຖາປະນິກອອກແບບສະຖາປັດຕະຍະກຳອາຄານຕ່າງໆ
ສະຖາປະນິກຜັງເມືອງ ອອກແບບພື້ນທີ່ສາທາລະນະ,ພູມິທັດເມືອງແລະເມືອງ
ສາມາດປະກອບອາຊີບທັງພາກລັດແລະເອກະຊົນໄດ້
2.ຫຼັກສູດປະລິນຍາຕີ ສາຂາວິຊາວິທະຍາການອາຄານ
1.ຜົນການຮຽນຮູ້
ພາຍຫຼັງສຳເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີ:
ດ້ານຄວາມຮູ້:ສາມາດຮັບໃຊ້ໄດ້ໃນຫຼາຍດ້ານເປັນຕົ້ນແມ່ນວຽກງານທາງດ້ານເຕັກນິກການກໍ່ສ້າງ, ການວາງແຜນຄຸ້ມຄອງການກໍ່ສ້າງ, ສຶກສາຄວາມເປັນໄປໄດ້ຂອງໂຄງການ, ເຂົ້າໃຈດ້ານສິ່ງແວດລ້ອມ ແລະ ເສດຖະກິດສັງຄົມ.
ດ້ານທັກສະ:ການເຮັດວຽກງານທີ່ດີ, ມີທັກສະໃນການນຳພາວຽກງານກໍ່ສ້າງ, ມີໄຫວພິກໃນການບໍລິຫານວຽກງານ.
ດ້ານການນຳໃຊ້:ນຳໃຊ້ຄວາມຮູ້ທີ່ຮຽນມາເຂົ້າໃນວຽກງານຕົວຈິງຂອງວຽກງານທີ່ຕົນເອງຮັບຜິດຊອບ.
·ດ້ານທັກສະນະທາງສັງຄົມ:ສາມາດຮັບໃຊ້ເຂົ້າໃນການພັດທະນາປະເທດຊາດ, ສ້າງໂຄງລ່າງພື້ນຖານໃຫ້ເຂັ້ມແຂງ ແລະ ຮັບໃຊ້ສັງຄົມໃຫ້ຈະເລີນຮູ່ງເຮືອງ.
2.ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
ພາຍຫຼັງຮຽນຈົບແລ້ວ ສາມາດອອກຮັບໃຊ້ສັງຄົມໄດ້ຫຼາຍດ້ານ ເປັນຕົ້ນ ດ້ານວຽກງານເຕັກນິກການກໍ່ສ້າງອາຄານ, ການວາງແຜນຄຸ້ມຄອງ, ກວດສອບວັດສະດຸ ແລະ ຮູ້ນຳໃຊ້ເຕັກໂນໂລຊີເຂົ້າໃນການກໍ່ສ້າງອາຄານ ຕະຫຼອດທັງສາມາດສຶກສາຄວາມເປັນໄປໄດ້ຂອງໂຄງການ, ດ້ານຄວາມເຂົ້າໃຈສະພາບແວດລ້ອມ ແລະ ລະບົບເສດຖະກິດສັງຄົມ.
3.ຫຼັກສູດປະລິນຍາຕີສາຂາອອກແບບຜະລິດຕະພັນ
1.ຜົນການຮຽນຮູ້.
ພາຍຫຼັັງສໍາເລັດການສຶກສາໃນຫຼັກສູດສາຂາວິຊາອອກແບບຜະລິດຕະພັນແລ້ວນັກສຶກສາຈະປະກອບມີ:
ດ້ານຄວາມຮູ້:ນັກສຶກສາທີ່ສໍາເລັດການສຶກສາໃນສາຂາວິຊາອອກແບບຜະລິດຕະພັນແມ່ນມີຄວາມສາມາດນໍາເອົາຫຼັກການ ແລະ ທິດສະດີ ໃນສາຂາວິຊາໄປໃຊ້ໃນພາກປະຕິບັດຕົວຈິງໄດ້;
ດ້ານທັກສະ:ມີທັກສະທາງວິຊາການສະເພາະເຊິ່ງສະແດງອອກໃນການເຂົ້າໃຈວິຊາສະເພາະຢ່າງເປັນລະບົບ, ມີຄວາມຄິດສ້າງສັນໃນການຄົ້ນຄິດ, ວິໄຈ, ປະເມີນເພື່ອໄຈ້ແຍກແລະແກ້ໄຂບັນຫາດ້ວຍຕົວເອງ ແລະ ມີຄວາມສາມາດເຮັດວຽກການຄົ້ນຄວ້າວິທະຍາສາດໃນລະດັບຕົ້ນ;
ດ້ານການນໍາໃຊ້:ນັກສຶກສາທີ່ສໍາເລັດການສຶກສາສາມາດນໍາເອົາຄວາມຮູ້ທາງດ້ານການພັດທະນາຜະລິດຕະພັນໄປຕໍ່ຍອດນໍາໃຊ້ໃນການສ້າງສັນຜະລິດຕະພັນລາວໃຫ້ສາມາດນໍາໃຊ້ໃນສັງຄົມໄດ້.
ດ້ານທັກສະດ້ານສັງຄົມ:ນັກສຶກສາທີ່ຈົບຫຼັກສູດສາມາດເປັນນັກວິຊາການທີ່ສາມາດໃຫ້ຄໍາທີ່ປຶກສາ ໃນການນໍາໃຊ້ເຕັກໂນໂລຊີ, ການສະແດງຄວາມຄິດເຫັນດ້ານວິຊາການ, ໃຫ້ຄໍາປຶກສາດ້ານວິຊາການ ແລະ ຖ່າຍທອດຄວາມຮູ້ໃຫ້ກັບເພື່ອຮ່ວມງານ, ຊຸມຊົນ ແລະ ບຸກຄົນທົ່ວໄປໄດ້ຢ່າງມືອາຊີບ.
2.ອາຊີບທີ່ສາມາດປະກອບໄດ້ພາຍຫຼັງການສຶກສາ.
ພາຍຫຼັງທີ່ສໍາເລັດການສຶກສາ ສາຂາອອກແບບຜະລິດຕະພັນສາມາດປະກອບອາຊີບໄດ້ຫຼາກຫຼາຍດັ່ງຕົວຢ່າງຕໍ່ໄປນີ້:
ອາຊີບດ້ານວິຊາການ ແລະ ການສຶກສາວິໄຈເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກຄົ້ນຄວ້າວິໄຈ, ນັກພັດທະນາຜະລິດຕະພັນ ແລະ ອື່ນໆ.
ອາຊີບໃນວົງການທຸລະກິດເຊັ່ນ: ອຸດສາຫະກໍາການສ້າງສັນຜະລິດຕະພັນ, ນັກອອກແບບຜະລິດຕະພັນ, ກ່ຽວກັບການໂຄສະນາ, ສື່ສິ່ງພິມ ແລະ ອື່ນໆ.
ອາຊີບພະນັກງານລັດ ເຊັ່ນ: ໃນສະຖາບັນດ້ານການພັດທະນາຜະລິດຕະພັນ, ໜ່ວຍງານສົ່ງເສີມພັດທະນາຜະລິດຕະພັນລາວ ແລະ ອື່ນໆ.
ອາຊີບອິດສະຫຼະ ເປັນຜູ້ປະກອບການດ້ານການສັນສ້າງຜະລິດຕະພັນ, ເປັນນັກອອກແບບຜະລິດຕະພັນ, ເປັນນັກອອກແບບສື່ໂຄສະນາກ່ຽວກັບຜະລິດຕະພັນ ແລະ ອື່ນໆ.
4.ຫຼັກສູດປະລິນຍາຕີ ສາຂາວິຊາສະຖາປັດຕະຍະກຳສາດ
1.ຜົນການຮຽນຮູ້
ພາຍຫຼັງສຳເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີ:
ດ້ານຄວາມຮູ້:ສາມາດຮັບໃຊ້ໄດ້ໃນຫຼາຍໜ້າທີ່ໃນວຽກງານສະຖາປັດເປັນຕົ້ນແມ່ນ ວຽກງານການອອກແບບໂຄງການໃນແຕ່ລະປະເພດອາຄານ, ວຽກງານສຶກສາຄວາມເປັນໄປໄດ້ຂອງໂຄງການ, ວຽກງານສຶກສາສະພາບແວດລ້ອມອ້ອມຂ້າງຂອງໂຄງການ, ວຽກງານຕິດຕາມການກໍ່ສ້າງໂຄງການຕ່າງໆ.
ດ້ານທັກສະ:ມີທັກສະໃນວຽກງານການສຶກສາອອກແບບແຕ່ລະປະເພດອາຄານ ແລະ ມີພິກໄຫວໃນການແກ້ໄຂບັນຫາສະເພາະໜ້າທີ່ເກີດຂື້ນໃນໂຄງການອອກແບບ.
ດ້ານການນຳໃຊ້:ສາມາດນຳໃຊ້ຄວາມຮູ້ທີ່ຮຽນ ເຂົ້າໃນວຽກງານຂອງການສຶກສາອອກແບບໂຄງການຕົວຈີງຂະໜາດນ້ອຍເຖີງຂະນາດໃຫຍ່.
2.ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ສາມາດອອກຮັບໃຊ້ສັງຄົມໄດ້ໃນຫຼາຍອາຊີບ ເປັນຕົ້ນ ສາມາດເຂົ້າສັງກັດເປັນພະນັກງານລັດໃນຫ້ອງການ ແລະ ຂະ ແໜ່ງການທີ່ກ່ຽວຂ້ອງວຽກງານສະຖາປັດຕະຍະກໍາ ແລະ ວຽກງານຄຸ້ມຄອງອາຄານ, ສາມາດເປັນນັກອອກແບບໃນບັນ ດາບໍລິສັດອອກແບບຂອງເອງກະຊົນ ແລະ ສາມາດປະກອບກິດຈະການສ່ວນຕົວໄດ້ໃນວຽກງານທີ່ກ່ຽວຂ້ອງກັບການອອກແບບ.
Update Activities and Announcement
Realtime
ການເຄື່ອນໄຫວພາຍໃນຄະນະ
On July 1, 2024, there was a ceremony to announce the appointment of Dean Assoc. Prof. Soukanh Chitpanya, by the participation of the President of NUOL Desanoulath Senduangdet
Appril 2024 On The Occasion of 45th Anniversary of The ESBA and the 20th Anniversary of FAR-NOUL
Urban Thinkers Campus Creates a Green and Sustainable Dongdok Campus. The Faculty of Architecture, National University of Laos (NUOL) in collaboration with the British Embassy held the Closing Ceremony of the Urban Thinkers Campus, "Development of Dong Dok Campus in a Green-Sustainable Way" on March 22.
FAR launches project to build parks for learning. The Faculty of Architecture (FAR) of the National University of Laos (NUOL) held the opening ceremony of the project to build a park for learning. On February 22, 2022 at the Board of the National Assembly, with Mr. Oudomphone Khapheng, Acting President of the National University of Laos, Mr. Sinthavon Dalavong, The dean of the National University of Laos and other stakeholders.
Congratulations to the establishment of the labor process of the three mass organizations of the Faculty of Architecture, to welcome the 67th anniversary of the founding of the Lao People's Revolutionary Youth (April 14, 1955 - April 14, 2022).
Certificate Awarding Ceremony for the Implementation of Security Work for NUOL Youth Members. Under the guidance of the Party Committee of the National University of Laos, as well as the implementation of the contents of the resolution of the 5th National Congress of Youth Representatives at NUOL.
2025 The construction of the learning park will be completed
The 10th generation master's certificate awarding ceremony
Video ຄສປ
E-Book Free Download