ນະໂຍບາຍຄວາມເປັນສ່ວນຕົວ ແອັບພລິເຄຊັນ (LAeID)
ແອັບພລິເຄຊັນ LAeID ຖືກພັດທະນາຂຶ້ນໂດຍ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ. ຈຸດປະສົງຫຼັກຂອງແອັບພລິເຄຊັນນີ້ ແມ່ນເພື່ອຊຸກຍູ້ການຫັນເປັນດິຈິຕອນຂອງປະເທດ, ອໍານວຍຄວາມສະດວກໃນການບໍລິການສາທາລະນະອອນລາຍ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການເປັນພົນລະເມືອງດິຈິຕອນ ສໍາລັບພົນລະເມືອງລາວທຸກຄົນ.
1. ການເກັບກຳ ແລະ ນຳໃຊ້ຂໍ້ມູນສ່ວນບຸກຄົນ
1.1. ປະເພດຂໍ້ມູນທີ່ພວກເຮົາເກັບກໍາ ເພື່ອໃຫ້ບໍລິການໄດ້ຢ່າງມີປະສິດທິພາບ, ພວກເຮົາຈໍາເປັນຕ້ອງເກັບກໍາຂໍ້ມູນດັ່ງຕໍ່ໄປນີ້:
• ຂໍ້ມູນບັນຊີ: ຂໍ້ມູນທີ່ກ່ຽວຂ້ອງກັບການລະບຸຕົວຕົນທາງເອເລັກໂຕຣນິກ ແລະ ຂໍ້ມູນການຕິດຕໍ່ທີ່ທ່ານສະໜອງໃຫ້.
• ຂໍ້ມູນອຸປະກອນ: ທີ່ຢູ່ IP, ທີ່ຢູ່ MAC, ຊື່ອຸປະກອນ, ລະບົບປະຕິບັດການ, ຂໍ້ມູນການຕັ້ງຄ່າ ແລະ ຂໍ້ມູນທາງເຕັກນິກອື່ນໆ ທີ່ກ່ຽວຂ້ອງກັບການນໍາໃຊ້ແອັບ LAeID.
• ຂໍ້ມູນຊີວະມິຕິ (Biometrics): ລາຍນິ້ວມື ຫຼື ຂໍ້ມູນໃບໜ້າ ທີ່ຖືກບັນທຶກໄວ້ໃນອຸປະກອນມືຖືຂອງທ່ານ (ສໍາລັບການເຂົ້າລະບົບ).
• ຂໍ້ມູນການນຳໃຊ້: ຂໍ້ມູນການເຄື່ອນໄຫວໃນແອັບ, ບັນທຶກຂໍ້ມູນການນຳໃຊ້ (Cookei) ແລະ ປະຫວັດການນຳໃຊ້ (Log file).
1.2. ຈຸດປະສົງຂອງການເກັບກໍາຂໍ້ມູນ ພວກເຮົາຈະນໍາໃຊ້ຂໍ້ມູນຂອງທ່ານ ເພື່ອຈຸດປະສົງດັ່ງຕໍ່ໄປນີ້ເທົ່ານັ້ນ:
• ເພື່ອໃຫ້ບໍລິການ: ສ້າງບັນຊີ, ຢືນຢັນຕົວຕົນ, ແລະ ອໍານວຍຄວາມສະດວກໃນການນໍາໃຊ້ຟັງຊັນຕ່າງໆຂອງ LAeID.
• ເພື່ອການເຊື່ອມໂຍງ: ດຶງຂໍ້ມູນເພື່ອຕື່ມໃສ່ແບບຟອມເອເລັກໂຕຣນິກອັດຕະໂນມັດ ຫຼື ແບ່ງປັນຂໍ້ມູນໃຫ້ກັບບໍລິການພາກລັດອື່ນໆ ທີ່ເຊື່ອມໂຍງກັບ LAeID (ໂດຍໄດ້ຮັບການຍິນຍອມຈາກທ່ານ).
• ເພື່ອການປັບປຸງ ແລະ ພັດທະນາ: ວິເຄາະພຶດຕິກໍາການນໍາໃຊ້ ເພື່ອພັດທະນາແອັບໃຫ້ດີຂຶ້ນ (ຂໍ້ມູນສະຖິຕິຈະຖືກປິດບັງຕົວຕົນກ່ອນນຳໃຊ້).
• ເພື່ອຄວາມປອດໄພ: ປ້ອງກັນການສໍ້ໂກງ, ກວດສອບການເຄື່ອນໄຫວທີ່ຜິດກົດໝາຍ ແລະ ຮັກສາຄວາມປອດໄພຂອງບັນຊີ.
• ເພື່ອການຕິດຕໍ່ສື່ສານ: ແຈ້ງເຕືອນ, ຮັບຄຳຕິຊົມ, ແກ້ໄຂບັນຫາ ແລະ ຕອບສະໜອງຕໍ່ຄໍາຮ້ອງຮຽນຂອງທ່ານ.
• ເພື່ອການສຳຮອງຂໍ້ມູນ: ຮັກສາຖານຂໍ້ມູນໃຫ້ມີຄວາມຕໍ່ເນື່ອງ ແລະ ປອດໄພ.
2. ການປົກປ້ອງຂໍ້ມູນ ແລະ ຄວາມລັບ
• ການຮັກສາຄວາມລັບ: ຂໍ້ມູນຂອງທ່ານຈະຖືກເກັບຮັກສາໄວ້ຢ່າງປອດໄພໂດຍ ກະຊວງປ້ອງກັນຄວາມສະຫງົບ. ການນຳໃຊ້ຂໍ້ມູນແມ່ນເພື່ອຈຸດປະສົງການຢືນຢັນຕົວຕົນ ແລະ ຮັບໃຊ້ການຫັນເປັນດິຈິຕອນແຫ່ງຊາດເທົ່ານັ້ນ, ຈະບໍ່ຖືກນໍາໃຊ້ເພື່ອການຄ້າເດັດຂາດ.
• ຂໍ້ຈຳກັດຂອງຜູ້ພັດທະນາ: ໜ່ວຍງານພັດທະນາແອັບ ບໍ່ມີສິດເກັບກໍາ ຫຼື ນໍາໃຊ້ຂໍ້ມູນຂອງທ່ານໄປໃນທາງອື່ນ ແລະ ຈະບໍ່ເປີດເຜີຍຂໍ້ມູນທີ່ອາດກໍ່ໃຫ້ເກີດຄວາມເສຍຫາຍແກ່ທ່ານ.
• ການແບ່ງປັນຂໍ້ມູນໃຫ້ລັດ: ຂໍ້ມູນອາດຈະຖືກແບ່ງປັນໃຫ້ແກ່ອົງການຈັດຕັ້ງລັດທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອຈຸດປະສົງໃນການບໍລິການລັດແບບດິຈິຕອນຕາມກົດໝາຍ.
• ສິດໃນການຖອນຄວາມຍິນຍອມ: ທ່ານສາມາດຍົກເລີກການຍິນຍອມໃຫ້ໃຊ້ຂໍ້ມູນໄດ້ທຸກເມື່ອ, ແຕ່ອາດຈະເຮັດໃຫ້ທ່ານບໍ່ສາມາດນຳໃຊ້ບາງຟັງຊັນ ຫຼື ແອັບພລິເຄຊັນ LAeID ໄດ້ອີກຕໍ່ໄປ.
3. ສິດການເຂົ້າເຖິງອຸປະກອນ (Permissions)
ເພື່ອໃຫ້ແອັບພລິເຄຊັນເຮັດວຽກໄດ້ຢ່າງສົມບູນ, LAeID ຕ້ອງການສິດເຂົ້າເຖິງດັ່ງນີ້:
1. ອິນເຕີເນັດ: ເພື່ອເຊື່ອມຕໍ່ ແລະ ສົ່ງ-ຮັບຂໍ້ມູນກັບລະບົບສູນກາງ.
2. ກ້ອງຖ່າຍຮູບ: ເພື່ອສະແກນ QR Code ເທິງບັດປະຈໍາຕົວ ຫຼື ສະແກນ QR Code ຕາມສະຖານທີ່ຕ່າງໆ ເພື່ອແຈ້ງການເດີນທາງ.
3. ຄັງຮູບພາບ ແລະ ບ່ອນເກັບຂໍ້ມູນ: ເພື່ອບັນທຶກຮູບພາບ QR Code ສໍາລັບການນຳໃຊ້ເມື່ອຜ່ານດ່ານ ຫຼື ຈຸດກວດກາ.
4. ການແຈ້ງເຕືອນ (Notifications): ເພື່ອສົ່ງຂໍ້ຄວາມແຈ້ງເຕືອນທີ່ສໍາຄັນຫາອຸປະກອນຂອງທ່ານ.
ການຈັດການສິດ: ທ່ານສາມາດເປີດ ຫຼື ປິດສິດການເຂົ້າເຖິງເຫຼົ່ານີ້ໄດ້ຕະຫຼອດເວລາ ຜ່ານການຕັ້ງຄ່າ (Settings) ໃນອຸປະກອນຂອງທ່ານ. ຢ່າງໃດກໍຕາມ, ການປິດບາງສິດອາດເຮັດໃຫ້ແອັບເຮັດວຽກໄດ້ບໍ່ເຕັມປະສິດທິພາບ.
4. ການປ່ຽນແປງ ແລະ ການປັບປຸງນະໂຍບາຍ
ພວກເຮົາສະຫງວນສິດໃນການປ່ຽນແປງ, ແກ້ໄຂ ຫຼື ເພີ່ມເຕີມນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ໄດ້ທຸກເວລາ. ການປ່ຽນແປງໃດໆ ຈະຖືກແຈ້ງໃຫ້ຊາບຜ່ານທາງແອັບພລິເຄຊັນ ຫຼື ເວັບໄຊທ໌. ການທີ່ທ່ານສືບຕໍ່ນໍາໃຊ້ແອັບ LAeID ຫຼັງຈາກມີການປັບປຸງນະໂຍບາຍ ຖືວ່າທ່ານໄດ້ຍອມຮັບໃນການປ່ຽນແປງດັ່ງກ່າວແລ້ວ. ຖ້າທ່ານບໍ່ເຫັນດີ, ກະລຸນາຍົກເລີກການນໍາໃຊ້ແອັບພລິເຄຊັນ.
5. ສິດ ແລະ ຄວາມຮັບຜິດຊອບຂອງຜູ້ໃຊ້
• ການໃຫ້ຂໍ້ມູນທີ່ຖືກຕ້ອງ: ຜູ້ໃຊ້ຕ້ອງຮັບປະກັນວ່າ ຂໍ້ມູນທີ່ໃຫ້ມາເປັນຄວາມຈິງ ແລະ ຖືກຕ້ອງທີ່ສຸດ.
• ການຮັກສາຄວາມປອດໄພບັນຊີ: ຜູ້ໃຊ້ມີໜ້າທີ່ປົກປ້ອງລະຫັດຜ່ານ ແລະ ຂໍ້ມູນສ່ວນຕົວຂອງຕົນເອງບໍ່ໃຫ້ຮົ່ວໄຫຼ.
• ການຂໍຄວາມຊ່ວຍເຫຼືອ: ຖ້າພົບຂໍ້ຜິດພາດຂອງລະບົບ ຫຼື ຕ້ອງການຄວາມຊ່ວຍເຫຼືອ, ຜູ້ໃຊ້ມີສິດແຈ້ງຫາທີມງານເຕັກນິກໄດ້ທັນທີ.
• ການປະຕິບັດຕາມກົດໝາຍ: ຜູ້ໃຊ້ຕ້ອງປະຕິບັດຕາມລະບຽບການວ່າດ້ວຍຄວາມປອດໄພທາງດ້ານຂໍ້ມູນຂ່າວສານ ແລະ ກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.