ມາດຕະຖານທີ 7: ສະພາບແວດລ້ອມ ແລະ ແຫຼ່ງຮຽນຮູ້
ຕົວຊີ້ວັດ
ມີສະພາບແວດລ້ອມ ເອື້ອອໍານວຍການຮຽນ-ການສອນ ແລະ ກ້ວາງຂວາງ ຕອບສະໜອງ 5 ຫຼັກມູນການສຶກສາ.
ມີສິ່ງອໍານວຍຄວາມສະດວກພຽງພໍ (ຕົວຢ່າງເຊັ່ນ: ອາຄານຮຽນ, ຫ້ອງຮຽນ, ຫ້ອງການ, ຫ້ອງປະຊຸມ, ສະໂມສອນ, ຫ້ອງປະຖົມພະຍາບານຂັ້ນພື້ນຖານ, ຫ້ອງນໍ້າ, ລະບົບໄຟຟ້າ, ນໍ້າປະປາ ຫຼື ລະບົບນໍ້າສະອາດ ແລະ ເຄື່ອງມືຮັບໃຊ້ ຈໍາເປັນອື່ນໆ).
ມີລະບົບຮັກສາສຸຂະອະນາໄມ ແລະ ຄວາມປອດໄພ ສໍາລັບພະນັກງານ, ຄຸ ອາຈານ ແລະ ນັກສຶກສາ.
ມີລະບົບປ້ອງກັນຄວາມສະຫງົບພາຍໃນ.
ມີການບຳລຸງຮັກສາ, ສ້ອມແປງ, ຂະຫຍາຍ/ພັດທະນາ ແລະ ປັບປຸງສິ່ງອໍານວຍຄວາມສະດວກຄົບວົງຈອນ ເປັນແຕ່ລະໄລຍະ.
ມີແຫຼ່ງຮຽນຮູ້ພຽງພໍ ຮັບໃຊ້ການຮຽນການສອນ, ການຄົ້ນຄ້ວາວິທະຍາສາດ (ຕົວຢ່າງເຊັ່ນ: ຫ້ອງສະໝຸດ, ຫ້ອງທົດລອງ, ຫ້ອງຄອມພີວເຕີ, ສື່ທາງເອ ເລັກໂຕຼນິກ ແລະ ອື່ນໆ).
ບັນດາແຫຼ່ງຮຽນຮູ້ ໄດ້ຮັບການປັບປຸງເປັນໄລຍະ ທັນສະໄໝ.
ມີພະນັກງານຮັບຜິດຊອບແຫຼ່ງຮຽນຮູ້ ຢ່າງພຽງພໍ, ມີຄວາມສາມາດ ແລະ ປະສົບການທີ່ເໝາະສົມ ເພື່ອຄຸ້ມຄອງການນໍາໃຊ້ບັນດາແຫຼ່ງຮຽນຮູ້ຕ່າງໆ.
ຂໍ້ມູນຫຼັກຖານ
ຄວາມສະຫງົບ, ສະອາດ, ສະດວກ ຂອງການຮຽນ-ການສອນ (ຟາຍຫຼັກຖານ)
ລາຍລະອຽດຂອງການຜັນຂະຫຍາຍ / ຈັດຕັັ້ງປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ (ຟາຍຫຼັກຖານ)
ແຜນຜັງ ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກອື່ນໆ (ຟາຍຫຼັກຖານ)
ແຜນບໍາລຸງຮັກສາ ແລະ ພັດທະນາ ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກອື່ນໆ (ຟາຍຫຼັກຖານ)
ກົນໄກ, ຂັັ້ນຕອນ ແລະ ວິທີການອື່ນໆ ໃນການປ້ອງກັນຄວາມສະຫງົບ (ຟາຍຫຼັກຖານ)
ລາຍການຂອງແຫຼ່ງຮຽນຮູ້ (ຟາຍຫຼັກຖານ)
ລາຍການທາງດ້ານປະລິມານ ແລະ ຄຸນນະພາບ ຂອງອຸປະກອນ/ສື່ທີ່ປະກອບໃສ່ແຫຼ່ງຮຽນຮູ້ຕ່າງໆ (ຟາຍຫຼັກຖານ)
ແຜນການຄຸ້ມຄອງ, ວິທີການຈັດສັນແຫຼ່ງຮຽນຮູ້, ບຸກຄະລາກອນ ທີ່ຮັບຜິດຊອບແຫຼ່ງຮຽນຮູ້ຕ່າງໆ (ຟາຍຫຼັກຖານ)
ອັບໂຫລດຫຼັກຖານ
ນອກເໜືອຈາກມາດຕະຖານ (ລື່ນມາດຕະຖານ)